ກຳປູເຈຍແລະບັນດາປະເທດຢູ່ອາຊຽນ ໃຫ້ຄຳໝັ້ນສັນຍາຍົກລະດັບການສັນຈອນຢູ່ພາກພື້ນ

(VOVWORLD) -ບັນດາປະເທດອາຊຽນ ໄດ້ປຶກສາຫາລືບັນດາມາດຕະການເພື່ອສືບຕໍ່ຂົນສົ່ງສິນຄ້າຜ່ານຊາຍແດນ, ກໍຄືເຮັດແນວໃດເພື່ອສ້າງຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າ.

ກຳປູເຈຍ ແລະ ບັນດາປະເທດສະມາຊິກອາຊຽນ ໃຫ້ຄຳໝັ້ນສັນຍາຍົກລະດັບການສັນຈອນຢູ່ພາກພື້ນໃນສະພາບທີ່ໂລກລະບາດໂຄວິດ-19 ໄດ້ ແລະ ພວມຖືກຜົນສະທ້ອນຢ່າງຮ້າຍແຮງເຖິງຂົງເຂດນີ້. ທີ່ກອງປະຊຸມສ້າງຄວາມສະດວກໃຫ້ແກ່ການສັນຈອນອາຊຽນ ໂດຍ ກຳປູເຈຍ ຈັດຕັ້ງໃນລະຫວ່າງວັນທີ 23 – 24 ມີນາ, ທາງອອນລາຍ, ບັນດາປະເທດອາຊຽນ ໄດ້ປຶກສາຫາລືບັນດາມາດຕະການເພື່ອສືບຕໍ່ຂົນສົ່ງສິນຄ້າຜ່ານຊາຍແດນ, ກໍຄືເຮັດແນວໃດເພື່ອສ້າງຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າ. ກໍ່ທີ່ກອງປະຊຸມດັ່ງກ່າວ, ຜູ້ຕາງໜ້າບັນດາປະເທດທີ່ເຂົ້າຮ່ວມ ໄດ້ເຫັນດີກ່ຽວກັບໂຄງການຟື້ນຟູພາຍຫຼັງໂລກລະບາດໂຄວິດ-19 ແລະ ກະກຽມທິດທາງພິເສດເຊິ່ງບັນດານັກດຳເນີນທຸລະກິດບັງຄັບຕ້ອງປະຕິບັດເມື່ອເຂົ້າ-ອອກເມືອງຈາກບັນດາປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ