ກຳປູເຈຍແລະສປຊ ປຶກສາຫາລືຢຸດຕິ ການໃຊ້ຄວາມຮຸນແຮງ


 ກຳປູເຈຍແລະສປຊ ປຶກສາຫາລືຢຸດຕິ ການໃຊ້ຄວາມຮຸນແຮງ - ảnh 1

ການ​ແຫ່​ຂະ​ບວນປະ​ທ້ວງ​ເມື່ອ​ວັນ​ທີ 2/1

(ພາບ: THX-TTXVN)

 

(vovworld)- ຕອນ​ບ່າຍ​ວັນ​ທີ 3/1, ບັນດາ​ເຈົ້າໜ້າ​ທີ່​ສຳນັກງານ​ປົກຄອງ​ພະນົມ​ເປັນ​ພ້ອມ​ກັບ​ຜູ້ຕາງໜ້າ 6 ສະມາ​ພັນ ​ແລະ ຂະ​ຫຼວງ​ໃຫ່ຍ ສປຊ ກ່ຽວ​ກັບ​ສິດທິ​ມະນຸດ​ຢູ່ກຳ​ປູ​ເຈຍ (UNOHCHR) ​ໄດ້​ຈັດການ​ປະຊຸມ​ລັບ​ກ່ຽວ​ກັບ​ການ​ແຫ່​ຂະ​ບວນປະ​ທ້ວງ​ຄັ້ງຕ່າງໆ​ພວມ​ເກີດ​ຂຶ້ນ​ຂອງ​ກຳມະກອນ​ຕ່ຳ​ແຜ່ນ​ຕັດຫຍີບ ​ແລະ ​ເກີບ​ໜັງ. ​ໂຄສົກສຳນັກງານ​ປົກຄອງ​ພະນົມ​ເປັນ, ທ່ານ Long Dimanche ​ໃຫ້​ຮູ້​ວ່າ: ບັນດາ​ຜູ້​ເຂົ້າຮ່ວມ​ວາລະ​ປະຊຸມ​ໄດ້​ປຶກສາ​ຫາລື​ບັນດາ​ມາດ​ຕະການ​ເພື່ອ​ຫລຸດຜ່ອນ​ສະພາບ​ຄວາມ​ເຄັ່ງ​ຕຶງ. ທ່ານ Wan hea Lee ຜູ້ຕາງ​ຫນ້າຂະ​ຫຼວງ​ໃຫ່ຍ ສປຊ ກ່ຽວ​ກັບ​ສິດທິ​ມະນຸດ​ຢູ່ກຳ​ປູ​ເຈຍ (UNOHCHR) ຖື​ວ່າ: ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ຕ້ອງ​ພະຍາຍາມ​ຊອກຫາ​ມາດ​ຕະການ​ເພື່ອ​ຈຳ​ກັດ​ຄວາມ​ສ່ຽງ​ເກີດ​ການ​ໃຊ້​ຄວາມ​ຮຸນ​ແຮງ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ທ່ານ Wan hea Lee ຕີ​ລາຄາ​ວ່າ ນີ້​ພຽງ​ແຕ່​ແມ່ນ​ການ​ປຶກ​ສາ​ຫາລື​ໃນ​ເບື້ອງ​ຕົ້ນດ້ວຍ​ບັນດາ​ແນວ​ຄວາມ​ຄິດ​ທີ່​ແຕກ​ຕ່າງ​ກັນ​ເທົ່ານັ້ນ, ບໍ່​ທັນ​ແມ່ນ​ການ​ປຶ​ກສາ​ຫາລື​ກ່ຽວ​ກັບ​ມາດ​ຕະການ​ປະຕິບັດ. ​ໃນ​ຂະນະ​ນັ້ນ, ບັນດາ​ມສະມາ​ພັນ​ຮຽກຮ້ອງ​ໃຫ້​ເຈົ້າໜ້າ​ທີ່​ຈົ່ງ​ປ່ອຍ​ຕົວ​ບັນດາ​ຜູ້​ເຂົ້າຮ່ວມ​ການ​ແຫ່​ຂະ​ບວນປະ​ທ້ວງ ຊື່​ງຖືກ​ຈັບ​ຕົວ​ເມື່ອ​ວັນ​ທີ 2/1 ​ແລະ ຢຸດຕິ​ການ​ນຳ​ໃຊ້​ບັນດາ​ກຳລັງ​ປະກອບ​ອາວຸດ​ຕ້ານ​ການ​ແຫ່​ຂະ​ບວນປະ​ທ້ວງ.

  ​ໃນ​ວັນ​ດຽວ​ກັນ, ຕໍ່ໜ້າ​ສະພາບ​ການ​ຂາດ​ສະຖຽນ​ລະ​ພາບ​ຢູ່​ກຳ​ປູ​ເຈຍ, ສປຊ ​ໄດ້​ອອກ​ຖະ​ແຫຼ​ງການ​ຮຽກຮ້ອງ​​ໃຫ້​ອຳນາດ​ການ​ປົກຄອງ​ກຳປູ​ເຈຍ ຈົ່ງ​ສືບສວນ ​ແລະ ​ປັບ​ໄໝ​ລົງ​ໂທດຢ່າງ​ເຂັ້ມງວດ ​ກຳລັງ​ທະຫານຍິງ​ປືນ​ໃສ່​ກຳມະກອນ​ເຂົ້າຮ່ວມ​ການ​ແຫ່​ຂະ​ບວນປະ​ທ້ວງ ຊື່​ງ​ກໍ່​ໃຫ້​ເກີດ​ຄວາມ​ບາດ​ເຈັບ​ລົ້ມຕາຍ ​ແລະ ຮຽກຮ້ອງ​ໃຫ້​ທຸກໆ​ຝ່າຍ​ຈົ່ງ​ມີ​ຄວາມ​ລະງັບ​ໃຈ./.

 

ຂ່າວ/ບົດ​ອື່ນ