ກຳມະການກົມການເມືອງ Le Hong Anh ຕ້ອນຮັບຄະນະຜູ້ແທນບັນດາເຜົ່າແຂວງ ລາຍເຈົາ

ກຳມະການກົມການເມືອງ Le Hong Anh ຕ້ອນຮັບຄະນະຜູ້ແທນບັນດາເຜົ່າແຂວງ ລາຍເຈົາ - ảnh 1
ພາບປະກອບ

(vovworld) - ຕອນ​ເຊົ້າ​ວັນ​ທີ 9/5, ຢູ່​ສຳ​ນັງານ​ສູນ​ກາງ​ພັກ. ທ່ານ​ Le Hong Anh ກຳມະການ​ກົ​ມການ​ເມື​ອງ, ຜູ້​ປະຈຳການ​ຄະນະ​ເລຂາ ​ໄດ້​ໃຫ້ການ​ຕ້ອນຮັບຄະນະ​ຜູ້​ແທນ​ບັນດາ​ເຜົ່າ​ແຂວງ ​ລາຍ​ເຈົາ ທີ່ມາ​ຮ່າ​ໂນ​້ຍ​ແລກປ່ຽນ​ບົດ​ຮຽນ, ຮ່ຳຮຽນ​ເອົາ​ບົດຮຽນ​ໃນ​ວຽກ​ງານ​ຂົນຂວາຍ​ໝູ່​ມະຫາຊົນ ກັບ​ບັນດາ​ແຂວງ​ທາງ​ພາກ​ເໜືອ. ທີ່​ການ​ຕ້ອນຮັບ, ຜູ້​ປະຈຳການ​ຄະນະ​ເລຂາ Le Hong Anh ຊີ້​ແຈ້ງວ່າ: ​ໄລຍະ​ຈະ​ມາ​ເຖິງ, ​ແຂວງ ລາຍ​ເຈົາຄວນ​ສຸ​ມ​ໃສ່​ປະຕິບັດ​ວຽກ​ງານ​ຂົນຂວາຍ​ໝູ່​ມະຫາຊົນ​ເປັນ​ຢ່າງ​ດີ, ​ເສີມ​ຂະຫຍາຍ​ນ້ຳ​ໃຈ​ສາມັກຄີ​ປະຕິບັດ​ແຜນ​ນະ​ໂຍບາຍ, ​ແນ​ວທາງ​ນະ​ໂຍບາຍ​ຂອງ​ພັກ, ລັດ ​ແລະ ປະກອບສ່ວນ​ຍູ້​ແຮງ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ແຂວງ. ທ່ານ Le Hong Anh ​ເນັ້ນ​ໜັກ​ວ່າ:

“ທົ່ວ​ລະບົບ​ການ​ເມືອງ​ຕ້ອງ​ເຂົ້າ​ຮ່ວມ​ເພື່ອ​ຂົນຂວາ​ຍໝູ່​ມະຫາຊົນ​​ແຕ່​ວ່າ​ຕ້ອງ​ກຳນົດວ່າ​ໝູ່​ຄະນະ ທັງ​ແມ່ນ​ກຳລັງ​ຫຼັກ​ແຫຼ່ງ, ທັງ​ແມ່ນ​ກຳລັງ​ໂດຍ​ກົງ. ຢາກ​ເຮັດ​ໃຫ້​ວຽກ​ງານ​ຂົນຂວາຍ​ໝູ່​ມະຫາຊົນ​ໃຫ້​ດີ​ຕ້ອງ​ເລີ່​ມຕົ້ນ​ແຕ່​ເລື່ອງ​ກຳ​ແໜ້ນ​ແນວ​ຄິດຈິດ​ໃຈ, ຄວາມມຸ້ງ​ຫວັງ, ຕ້ອງ​ຮູ້ໝູ່​ມະຫາຊົນ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃດ​​ເພື່ອຊ່ວຍ​ເຂົາ​ເຈົ້າ​ແກ້​ໄຂ. ຈາກ​ນັ້ນ​ຂົນຂວາຍ​ໝູ່​ມະຫາຊົນ ຈຶ່ງ​ມີ​ປະສິດທິ​ຜົນ, ​ແທດ​ຈິງ, ​ເຮັດ​ຄື​ແນວ​ນັ້ນໝູ່​ຄະນະ​ຈຶ່ງ​ມີ​ອິດ​ທິພົນ​ຊື່​ສຽງ​​ໃນ​ໝູ່ປະ​ຊາ​ຊົນ”

ຂ່າວ/ບົດ​ອື່ນ