ກຳມະການກົມການເມືອງ Le Hong Anh ພົບປະກັບ ນາຍົກລັດຖະມົນຕີ ລາວ

(vovworld) - ​​ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ແລະ ປະ​ເທດ ສ​ປປ ລາວ, ວັນ​ທີ 17/7, ກຳມະການ​ກົມ​ການ​ເມືອງ, ຜ້ປະຈຳການ​ຄະນະ​ເລຂາ Le Hong Anh ​ໄດ້ນ​ຳໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​​​ເດີນທາງ​ໄປ​ຢ້ຽມຢາມ ສປປ ລາວ​ ຢ່າງ​ເປັນ​ທາງ​ການ​ ​ແລະ ​ເຂົ້າ​ຮ່ວມ​ງານ​ໂຮມ​ຊຸມນຸມ​ມິດຕິງ​ສະ​ເຫຼີ​ມສະຫຼອງ 35 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິ​ດຕະພາບ ​ແລະ ການ​ຮ່ວມ​ມື ​ແລະ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ຫວຽດນາມ - ລາວ. ​ເມື່ອ​ໄປ​ຮອດ​ນະຄອນຫຼວງ​ວຽນ​ຈັນ, ທ່ານ​ Le Hong Anh ​ໄດ້​ມີ​ການ​ພົບ​ປະ​​ເຈລະຈາກັບ​ທ່ານ​ນາຍົກລັດຖະມົນຕີລາວ ທອງ​ສິງ ທຳ​ມະ​ວົງ. ທ່ານ​ນາຍົກລັດຖະມົນຕີ ລາວ ທອງ​ສິງ ທຳ​ມະ​ວົງ​ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າການ​ຢ້ຽມຢາມ​ ລາວ ຂອງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ຄັ້ງ​ນີ້​ກົງ​ກັບ​ໂອກາດ​ສະ​ເຫຼີ​ມສະຫຼອງ​ທີ່ມີ​ຄວາມ​ໝາຍ​ສຳຄັນ​​ເຂົ້າໃນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​, ຄວາມ​ສາມັກຄີ​ມິດຕະພາບແບບ​ພິ​ເສດ, ປະກອບສ່ວນ​ສຳຄັນ​ໃນ​ການ​ເພີ່ມ​ພູນ​ຄູນ​ສ້າງ​ຄວາ​ມສາມັກຄີ​ແບບ​ພິ​ເສດ​ລະຫວ່າງ 2 ປະ​ເທດ.

ກຳມະການກົມການເມືອງ Le Hong Anh ພົບປະກັບ ນາຍົກລັດຖະມົນຕີ ລາວ - ảnh 1

ກຳມະການ​ກົມ​ການ​ເມື​ອງ Le Hong Anh ແລະ ທ່ານ​ນາຍົກລັດຖະມົນຕີລາວ ທອງສິງ ທຳມະວົງ
(ພາບ: Thong Nhat/ ສຳນັກຂ່າວສານຫວຽດນາມ)

ພັກ, ລັດ ​ແລະ ປະຊາຊົນ ລາວ ຍາມ​ໃດ​ຮັບ​ຮູ້ການ​ສະໜັບສະໜູນ, ການຊ່ວຍ​ເຫຼືອ​ອັນ​ໃຫຍ່​ຫຼວງ, ສຸດ​ຈິດ​ສຸດ​ໃຈໃນ​ພາລະກິດ​ຕໍ່ສູ້​ປົດ​ປ່ອຍ​ຊາດ​ໃນ​ເມື່ອ​ກ່ອນ, ກໍ​ຄື​ໃນ​ພາລະກິດ​ປ່ຽນ​​​​ໃໝ່, ສ້າງສາ​ປະ​ເທດ​ຄື​ປະຈຸ​ບັນ​ຂອງ​ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ທອງ​ສິງ ທຳ​ມະ​ວົງ ​ເນັ້ນ​ໜັກ​ວ່າ: ລັດຖະບານ ລາວ ຈະ​ຊີ້ນ​ຳບັນດາ​ກະຊວງ, ຂະ​ແໜງ​ການ, ທ້​ອງຖິ່ນ ລາວ ປະຕິບັດ​ບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ​ລະຫວ່າງ 2 ພັກ, 2 ລັດ ຢ່າງ​ມີ​ປະສິດທິ​ຜົນ. ທ່ານ Le Hong Anh​ ​ໄດ້​ຢັ້ງຢືນ​ອີກ​ເທື່ອ​ໜຶ່ງ​ແນວທາງ​ນະ​ໂຍບາຍຢ່າງສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ຂອງ​ຫວຽດນາມ ​ແມ່ນ​ຍາມ​ໃດ​ກໍ​ຖື​ເປັນ​ສຳຄັນ ​ແລະ ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ພ້ອມ​ກັບ​ຝ່າຍ​ລາວ, ຮັກສາ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງສາ​ຍພົວພັນມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ​ເພື່ອ​ຄວາມ​ວັດທະນາ​ຖາວອນ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ຮ່ວມ​ມື ​ແລະ ພັດທະນາ​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ. ການ​ນຳ​ທັງ 2 ​ໄດ້​ເປັນ​ເອກະ​ພາບ​ຕີ​ລາຄາ​ວ່າ​ເ ​ໃນ​ໄລຍະ​ຜ່ານ​ມາ, ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໄດ້​ຮັບ​ການ​ປັບປຸງ​ຢ່າງ​ບໍ່​ຢຸດ​ຢັ້ງ. ພິ​ເສດ, ການ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນລະຫວ່າງລັດຖະບານ 2 ປະ​ເທດ ​ໃນ​ການ​ຜັນ​ຂະຫຍາຍ​ປະຕິບັດ​ບັນ​ດາ​ສັນຍາ​ທີ່​ໄດ້​ຮັບ​ການລົງ​ນາມ​ແລ້ວ, ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ລັດຖະບານ 2 ປະ​ເທດ ສືບ​ຕໍ່​ຜັນ​ຂະຫຍາຍ​ຢ່າງ​ແຮງ ​ແລະ ມີ​ປະສິດທິ​ຜົນ​ບັນດາ​ສັນຍາ ​ເຊິ່ງ​ 2 ຝ່າຍ​ລົງ​ນາມ​ແລ​້ວ ​ເພື່ອ​ບັນລຸ​ໝາກຜົນ​ສູງ​ສຸດ​ໃນ​ປີ​ແຫ່ງ​ຄວາມ​ສາມັກຄີ​ມິດຕະພາບ​ຫວຽດນາມ - ລາວ, ລາວ - ຫວຽດນາມ.



ຂ່າວ/ບົດ​ອື່ນ