ກຳມະການການຄ້າອີຢູຕີລາຄາສູງສະພາບການເຈລະຈາກັບອັງກິດໄດ້ຮັບການປັບປຸງ

(VOVWORLD) - ອີຢູ ແລະ ອັງກິດ ໄດ້ເລີ່ມດຳເນີນວິວັດການເຈລະຈາກ່ຽວກັບການພົວພັນໃນອະນາຄົດ ໄດ້ຊ່ວຍໃຫ້ບັນຍາກາດໄດ້ຮັບການປັບປຸງ ພາຍຫຼັງເປັນເວລາຫຼາຍອາທິດ ລອນດອນ ໄດ້ຍົກອອກບັນດາຄຳຄິດເຫັນທີ່ຫຍໍ້ທໍ້.
ກຳມະການການຄ້າອີຢູຕີລາຄາສູງສະພາບການເຈລະຈາກັບອັງກິດໄດ້ຮັບການປັບປຸງ - ảnh 1(ພາບປະກອບ: AFP/TTXVN)

ວັນທີ 05 ມີນາ, ທ່ານ Phil Hogan, ກຳມະການການຄ້າສະຫະພາບເອີລົບ (ອີຢູ) ຖະແຫຼງວ່າ, ອີຢູ ແລະ ອັງກິດ ໄດ້ເລີ່ມດຳເນີນວິວັດການເຈລະຈາກ່ຽວກັບການພົວພັນໃນອະນາຄົດ ໄດ້ຊ່ວຍໃຫ້ບັນຍາກາດໄດ້ຮັບການປັບປຸງ ພາຍຫຼັງເປັນເວລາຫຼາຍອາທິດ ລອນດອນ ໄດ້ຍົກອອກບັນດາຄຳຄິດເຫັນທີ່ຫຍໍ້ທໍ້.

          ກ່ອນໜ້ານັ້ນໃນວັນດຽວກັນ, ທ່ານ Michel Barnier, ຫົວໜ້າຄະນະເຈລະຈາຂອງອີຢູ ໃຫ້ຮູ້ວ່າ, ຮອບເຈລະຈາຄັ້ງທຳອິດກ່ຽວກັບການພົວພັນໃນອະນາຄົດລະຫວ່າງອັງກິດ ແລະ ອີຢູ ໄດ້ດຳເນີນໄປບົນຈິດໃຈສ້າງສັນ ແລະ ເຂັ້ມງວດ, ແຕ່ກໍ່ເນັ້ນໜັກວ່າ ປະຈຸບັນຍັງມີ 4 ຈຸດທີ່ມີຄວາມແຕກຕ່າງກັນຢ່າງໃຫຍ່ຫຼວງຄື ມາດຕະການສູງໃນການແກ່ງແຍ້ງ, ການຮ່ວມມືດ້ານຕຸລາການ, ການຄຸ້ມຄອງການພົວພັນໃນອະນາຄົດ ແລະ ຂໍ້ຕົກລົງກ່ຽວກັບການຫາປາ.

          ເປົ້າໝາຍຂອງບັນດາຮອບເຈລະຈາລະຫວ່າງອັງກິດ ແລະ ອີຢູ ໃນໄລຍະນີ້ແມ່ນເພື່ອແກ້ໄຂ 3 ບັນຫາໃນຈຸດເວລາດຽວກັນ, ລວມມີການຜັນຂະຫຍາຍ ແລະ ປະຕິບັດຂໍ້ຕົກລົງຖອນຕົວ, ສ້າງຕັ້ງຂໍ້ຕົກລົງດ້ານການຄ້າ ແລະ ສ້າງການພົວພັນຄູ່ຮ່ວມມືທີ່ເຕັມໄປດ້ວຍຄວາມມັກໃຫຍ່ໄຝ່ສູງກັບອັງກິດ.

ຕອບກັບ

ຂ່າວ/ບົດ​ອື່ນ