ກຳມາທິການກົດໝາຍ ຂອງສະພາແຫ່ງຊາດ ຮັບເອົາຄຳເຫັນປັບປຸງ ກົດໝາຍວ່າດ້ວຍການປະຕິບັດຄະດີແພ່ງ

ກຳມາທິການກົດໝາຍ ຂອງສະພາແຫ່ງຊາດ ຮັບເອົາຄຳເຫັນປັບປຸງ ກົດໝາຍວ່າດ້ວຍການປະຕິບັດຄະດີແພ່ງ - ảnh 1
ພາບປະກອບ

(vovworld) – ການປະຕິບັດຄະດີ​ແພ່ງມີບົດບາດສຳຄັນໃນການເຄື່ອນໄຫວດຳ​ເນີນ​ຄະດີ ​ແລະ ວິວັດ​ການ​ແກ້​ໄຂ​ຄະດີ. ນີ້​ແມ່ນ​ຂັ້ນ​ຕອນ​ສຸດ​ທ້າຍ​ຂອງ​ການ​ເຄື່ອນ​ໄຫວ​ປະຕິບັດ​ຄະດີ, ຮັບປະກັນ​ໃຫ້​ຄຳ​ຕັດສິນ​ຂອງ​ສານ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ເຂັ້ມ​ງວ​ດ, ປະກອບສ່ວນ​ເພີ່ມ​ທະວີ​ລັກສະນະ​ເຄັ່ງ​ຄັດ​ທ່ຽງ​ທຳຂອງ​ກົດໝາຍ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ “ບັນດາ​ເນື້ອໃນຄາດ​ວ່າ​ຈະ​ປັບປຸງ, ​ເພີ່ມ​ເຕີມ​ຂອງ​ກົດໝາຍ​ວ່າ​ດ້ວຍ​ການ​ປະຕິບັດ​ຄະ​ດິ​ແພ່ງ”, ​ໂດຍກຳມາ​ທິການ​ກົດໝາຍ​ຂອງ​ສະພາ​ແຫ່ງ​ຊາດ​ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 20/3, ຢູ່​ນະຄອນ ດ່າ​ໜັງ, ມີ​ຫຼາຍ​ຄຳ​ເຫັນ​ຖື​ວ່າ: ຄວນ​ຍົງ​ສູງ​ບົດບາ​ດຂອງ​ສານ​ໃນ​ວຽກ​ງານ​​​ປະຕິບັດ​ຄະດີ​ແພ່ງ, ​ແຕ່​ບໍ່​ໄດ້​ມອບ​ໃຫ້​ສານສິດ​ຄຳ​ຕັດສິນຫຼາຍ​ໃນການ​ປະຕິບັດ​ຄະ​ດີ. ບັນດາ​ບົດ​ປະກອບ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ຫົວ​ຂໍ້: ກຳນົດ​ລະບົບການ​ຈັດ​ຕັ້ງ ​ແລະ ສິດ​ອຳນາດ​ຂອງ​ອົງການປະຕິບັດ​ຄະດີ​​ແພ່ງ, ຕາມທິດ​ປະຕິ​ຮູບ​ກົດໝາຍ​ສິດ​ຂອງ​ສານ ​ໃນ​ລະບຽບ​ການ​ປະຕິບັດ​ຄະດີ​ແພ່ງ, ທິດ​ຫັນ​ວຽກ​ງານ​ປະຕິບັດ​ຄະດີ​ແພ່ງ​ເປັນ​ວຽງ​ງານ​ສັງຄົມ, ພຶດຕິ​ກຳ​ຕົວ​ຈິງ​ໃນ​ການນຳ​ໃຊ້​ຂໍ້​ກຳນົດ​ຂອງ​ກົດໝາຍ​ກ່ຽວ​ກັບ​ການ​ບັງຄັບ​ປະຕິບັດ​ຄະດີ​ແພ່ງ.

ຂ່າວ/ບົດ​ອື່ນ