ທ່ານຟານຈູງລີ, ຫົວຫນ້າກຳມາທິການກົດໝາຍ
ພາບ:TTXVN
|
(vovworld)- ກຳມາທິການກົດໝາຍຂອງສະພາແຫ່ງຊາດ ສືບຕໍ່ກອງປະຊຸມຄັ້ງທີ 16, ໃຫ້ຄຳເຫັນກ່ຽວກັບຮ່າງປະມວນກົດໝາຍແພ່ງ(ສະບັບປັບປຸງ). ຕາມຄະນະຮຽບຮຽງ, ເລື່ອງປັບປຸງປະມວນກົດໝາຍແພ່ງ ເພື່ອສ້າງປະມວນກົດໝາຍແພ່ງກາຍເປັນກົດໝາຍລວມຂອງລະບົບກົດໝາຍ, ດັດປັບບັນດາການພົວພັນສັງຄົມທີ່ໄດ້ຮັບການສ້າງຂຶ້ນຕາມຫລັກການເສລີ, ສະໝັກໃຈ, ສະເຫມີພາບ ແລະ ມີຄວາມຮັບຜິດຊອບລະຫວ່າງບັນດາຝ່າຍ, ຮັບຮູ້ ແລະ ປົກປ້ອງບັນດາສິດຂອງສ່ວນບຸກຄົນ, ອົງການໃຫ້ດີກວ່າ, ປະກອບສ່ວນສ້າງລະບອບເສດຖະກິດການຕະຫລາດຕາມການກຳນົດທິດສັງຄົມນິຍົມໃຫ້ສົມບູນແບບ, ຮັກສາສະພາບແວດລ້ອມດ້ານກົດໝາຍໃຫ້ແກ່ການພັດທະນາເສດຖະກິດສັງຄົມ ໃຫ້ເປັນປົກກະຕິ ພາຍຫລັງລັດຖະທຳມະນູນໄດ້ຮັບການປັບປຸງ.