(ພາບປະກອບ: google.com.vn)
(vovwold) - ໃນລະຫວ່າງວັນທີ 3 ແລະ 4/5, ກຳມາທິການວັດທະນະທຳ, ສຶກສາ, ຊາວໜຸ່ມເຍົາວະຊົນ ແລະ ເດັກນ້ອຍຂອງສະພາແຫ່ງຊາດໄດ້ດຳເນີນວາລະປະຊຸມຄົບຄະນະຄັ້ງທີ 2. ທີ່ວາລະປະຊຸມນີ້, ບັນດາສະມາຊິກຂອງກຳມາທິການໄດ້ແຈ້ງໃຫ້ກັນຊາບໝາກຜົນແຫ່ງການຕິດຕາມກວດກາການປະຕິບັດນະໂຍບາຍ, ກົດໝາຍວ່າດ້ວຍການຕ້ານການໃຊ້ຄວາມຮຸນແຮງ ແລະ ທາລຸນເດັກນ້ອຍ ໄລຍະ 2008-2010, ປະກອບຄຳເຫັນໃສ່ຮ່າງບົດລາຍງານຂອງຄະນະປະຈຳສະພາແຫ່ງຊາດ ທີ່ອະພິປາຍ, ຮັບເອົາ, ແລະ ປັບປຸງຮ່າງກົດໝາຍວ່າດ້ວຍການສຶກສາຊັ້ນມະຫາວິທະຍາໄລ, ກົດໝາຍວ່າດ້ວຍການໂຄສະນາ, ຮັບຮອງເອົາບົດລາຍງານກ່ຽວກັບການກວດກາຮ່າງກົດໝາຍວ່າດ້ວຍຫໍສະໝຸດ, ຮ່າງກົດໝາຍວ່າດ້ວຍພິມຈຳໜ່າຍສະບັບປັບປຸງ ແລະ ປະກອບຄຳເຫັນໃສ່ຮ່າງກົດໝາຍຈຳນວນໜຶ່ງທີ່ຍື່ນສະເໜີຕໍ່ສະພາແຫ່ງຊາດຮັບຮອງເອົາທີ່ກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຫວຽດນາມຊຸດທີ 13. ແລະກໍ່ໃນວາລະປະຊຸມ, ບັນດາສະມາຊິກຂອງກຳມາທິການກໍ່ໄດ້ປຶກສາຫາລື ແລະ ປະກອບຄຳເຫັນໃຫ້ແກ່ບົດລາຍງານ ”ໝາກຜົນແຫ່ງການເຄື່ອນໄຫວຂອງກຳມາທິການນັບແຕ່ກອງປະຊຸມສະໄໝສາມັນເທື່ອທີ 2 ເຖິງກອງປະຊຸມສະໄໝສາມັນເທື່ອທີ 3 ແລະ ແຜນການເຄື່ອນໄຫວເຖິງທ້າຍປີ 2012 ”