(VOVWORLD) - ໂດຍໄດ້ດຳເນີນແຕ່ວັນທີ 17 – 19 ຕຸລາ, ກອງປະຊຸມໄດ້ປຶກສາຫາລື, ແລກປ່ຽນຄຳເຫັນກ່ຽວກັບວຽກງານຮ່ວມມືຕຳຫຼວດ ລະຫວ່າງບັນດາປະເທດສະມາຊິກຕຳຫຼວດ ອາຊຽນ, ບັນດາຄູ່ເຈລະຈາ ແລະ ນັກສັງເກດການ ແນໃສ່ແກ້ໄຂບັນດາບັນຫາອາດຊະຍາກຳຂ້າມຊາດ.
ກອງປະຊຸມຜູ້ບັນຊາການຕຳຫຼວດ ອາຊຽນ (ASEANAPOL) ຄັ້ງທີ 41 ຖືກໄຂຂຶ້ນໃນຕອນເຊົ້າວັນທີ 17 ຕຸລາ ຢູ່ນະຄອນຫຼວງ ວຽງຈັນ |
ຕອນເຊົ້າວັນທີ 17 ຕຸລາ, ຢູ່ນະຄອນຫຼວງ ວຽງຈັນ, ລາວ, ໄດ້ໄຂກອງປະຊຸມຜູ້ບັນຊາການຕຳຫຼວດ ອາຊຽນ (ASEANAPOL) ຄັ້ງທີ 41, ດ້ວຍຫົວຂໍ້ “ເພີ່ມທະວີການພົວພັນຄູ່ຮ່ວມມື, ຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງ”. ທ່ານ ພົນໂທ ໂດະວັນແຮວ່ງ, ຫົວໜ້າຫ້ອງວ່າການ, ຮອງຫົວໜ້າຜູ້ປະຈຳການອົງການຕຳຫຼວດສືບສວນ ກະຊວງຕຳຫຼວດ ຫວຽດນາມ, ໄດ້ນຳໜ້າຄະນະຜູ້ແທນຕຳຫຼວດ ຫວຽດນາມ, ເຂົ້າຮ່ວມກອງປະຊຸມ. ໂດຍໄດ້ດຳເນີນແຕ່ວັນທີ 17 – 19 ຕຸລາ, ກອງປະຊຸມໄດ້ປຶກສາຫາລື, ແລກປ່ຽນຄຳເຫັນກ່ຽວກັບວຽກງານຮ່ວມມືຕຳຫຼວດ ລະຫວ່າງບັນດາປະເທດສະມາຊິກຕຳຫຼວດ ອາຊຽນ, ບັນດາຄູ່ເຈລະຈາ ແລະ ນັກສັງເກດການ ແນໃສ່ແກ້ໄຂບັນດາບັນຫາອາດຊະຍາກຳຂ້າມຊາດ.
ເລື່ອງອົງການຕຳຫຼວດ ອາຊຽນ, ບັນດາປະເທດຄູ່ຮ່ວມມື ແລະ ນັກສັງເກດການ ເພີ່ມທະວີການຮ່ວມມືນັບທັງຢູ່ລະບັບພາກພື້ນ ແລະ ສາກົນ ບໍ່ພຽງແຕ່ເພີ່ມທະວີການພົວພັນໃນ ອາຊຽນ ເວົ້າສະເພາະ ແລະ ບັນດາປະເທດຄູ່ຮ່ວມມືເວົ້າລວມ, ຫາກຍັງຊ່ວຍຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນ ແລະ ໃນໂລກ, ເປັນພື້ນຖານທີ່ສໍາຄັນແກ່ການພັດທະນາເສດຖະກິດ - ສັງຄົົມຂອງແຕ່ລະປະເທດ.