ກຳລັງຝ່າຍຄ້ານ ຊີຣີ ສ້າງຕັ້ງລັດຖະບານຊົ່ວຄາວ

ກຳລັງຝ່າຍຄ້ານ ຊີຣີ ສ້າງຕັ້ງລັດຖະບານຊົ່ວຄາວ - ảnh 1
ການແຫ່ຂະບວນປະທ້ວງຄັດຄ້ານທ່ານ ປະທານາທິບໍດີ Bashar al-Assad.
(ພາບປະກອບ)

(vovworld) – ວັນ​ທີ 18/3, ກຳລັງ​ຝ່າຍ​ຄ້ານ ຊີຣີ ​ໄດ້​ຈັດ​ກອງ​ປະຊຸ​​ມ ຢູ່ Istanbul, ປະ​ເທດ ຕວກກີ ​ເພື່ອ​ສ້າງ​ຕັ້ງ​ລັດຖະບານ​ຊົ່ວຄາວ. ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ 12 ທ່ານ​ໄດ້​ເຂົ້າ​ຮ່ວມ​ການ​ຫາ​ສຽງ​ເລືອກ​ຕັ້ງ​​ເປັນນາຍົກລັດຖະມົນຕີ ຊົ່ວຄາວ ​ເຊິ່ງລວມມີ ບັນດາ​ຊ່ຽວຊານ​ເສດຖະກິດ, ບັນດາ​ນັກທຸລະກິດ ພ້ອມ​ກັບ​ອະ​ດີດລັດຖະມົນຕີ​​ໃນຄະນະ​ລັດ​ບານ ຊີຣີ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ, ສະມາຊິກຜູ້​ໜຶ່ງ ຂອງ ສະຫະພັນ ຊົນ​ຊາດຝ່າຍ​ຄ້ານ ​ໃຫ​້ຮູ້​ວ່າ: ບົດບາດ​ໜ້າ​ທີ່​ຕົ້ນ​ຕໍ່​ຂອງ​ລັດຖະບານ​ຊົ່ວຄາວ ​ແມ່ນ ຄວບ​ຄຸມ​ສະພາບ​ການ, ສະໜອງ​ໄຟຟ້າ, ນ້ຳ, ຂໍ້​ມູນ​ຂ່າວສານ​ກໍ່​ຄື​ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ປະຊາຊົນ ຊີຣີ. ຂໍ້​ຕົກລົງ​ສ້າງ​ຕັ້ງ​ລັດຖະບານ​ຊົ່ວຄາວ​ໄດ້​ປະ​ເຊີນ​ໜ້າ​ກັບ​ການ​ຄັດຄ້ານ​ຢ່າງ​​ແຮງ​ຈາກ​ລັດຖະບານ ຊີຣີ ​ໃນ​ທັນທີ. ສະມາຊິກ​ຜູ້​ໜຶ່ງ​ຂອງ​ລັດຖະບານ ຊີຣີ ຖື​ວ່າ: ກຳລັງ​ຝ່າຍ​ຄ້ານ ພວມ​ສະໜັບສະໜູນ​ບັນດາ​ຜົນ​ປະ​ໂຫຍ​ດຕ່າງປະ​ເທດ ​ແລະ ພະຍາຍາມ ​ແບ່ງ​ແຍກສະພາບ​ການ​ພາຍ​ໃນ ຊີຣີ. ບາງ​ປະ​ເທດ​ຄື: ອາ​ເມ​ລິ​ກາ ​ແລະ ສະຫະ​ປະຊາ​ຊາດ ລ້ວນ​ແຕ່​ບໍ່​ເຫັນ​ດີ​ເຫັນ​ພ້ອມ​ກັບ​ເລື່ອງ​ສ້າງ​ຕັ້ງ​ລັດຖະບານ​ຊົ່ວຄາວຢູ່ ພາກ​ພື້ນ ​ໂດຍ​ຝ່າຍ​ຄ້ານ​ຄວບ​ຄຸມ, ຍ້ອນ​ຖື​ວ່າ ປະຈຸ​ບັນ, ຊີຣີ ຄວນ​ສຸມ​ໃສ່​ເຂົ້າ​ໃນ​ວິວັດ​ການ​ມອບ​ໂອນດ້ານ​ການ​ເມືອງ.

ຕອບກັບ

ຂ່າວ/ບົດ​ອື່ນ