(vovworld) - ວັນທີ 13/2, ວິທະຍຸກະຈາຍສຽງຫວຽດນາມ ສະເຫຼີມສະຫຼອງວັນກະຈາຍສຽງທົ່ວໂລກ (13/2). ນີ້ແມ່ນໂອກາດເພື່ອໃຫ້ ວິທະຍຸກະຈາຍສຽງຫວຽດນາມ ຫວນຄືນບັນດາຄຸນຄ່າ ກໍ່ຄືກຳລັງແຮງອັນໃຫຍ່ຫຼວງຂອງກະຈາຍສຽງທີ່ມີຕໍ່ຊີວິດສັງຄົມ. ເມື່ອເວົ້າເຖິງວັນກະຈາຍສຽງໂລກ 13/2, ທ່ານຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ຫວູຫາຍ ຖືວ່າ, ເລື່ອງ UNESCO ເລືອກວັນທີ 13/2 ແມ່ນວັນກະຈາຍສຽງໂລກ ບໍ່ພຽງແຕ່ແມ່ນຄວາມເປັນກຽດສຳລັບກະຈາຍສຽງເທົ່ານັ້ນ, ຫາກຍັງເປັນການຢືນຢັນເຖິງບັນດາຄຸນຄ່າແກ່ນສານ, ພື້ນຖານດ້ານວັດທະນະທຳ ແລະ ຈິດໃຈເຊິ່ງກະຈາຍສຽງໄດ້ນຳມາໃຫ້ມະນຸດອີກດ້ວຍ. ທ່ານຮອງຜູ້ອຳນວຍການໃຫຍ່ ຫວູຫາຍ ຢືນຢັນວ່າ, ເຖິງວ່າພວມປະເຊີນໜ້າກັບການທ້າທາຍຫຼາຍຢ່າງໃນສະພາບບັນດາພາຫະນະສື່ສານພັດທະນາຢ່າງແຮງກໍ່ຕາມ, ແຕ່ກະຈາຍສຽງຍັງຄົງພັດທະນາຢ່າງບໍ່ຢຸດຢັ້ງ:
“ເມື່ອປະກົດມີໂທລະພາບ, ເຂົາເຈົ້າຄິດວ່າກະຈາຍສຽງຈະບໍ່ຄົງຕົວຢູ່ໄດ້, ແຕ່ກະຈາຍສຽງຍັງຄົງຕົວ ແລະ ພັດທະນາ. ກະຈາຍສຽງຍັງມີບົດບາດສຳຄັນ. ສິ່ງທີ່ພົ້ນເດັ່ນກວ່າໝູ່ນັ້ນແມ່ນ, ກະຈາຍສຽງໃນປະຈຸບັນໄດ້ໂຄສະນາບັນດາລາຍການ, ຂໍ້ມູນຂ່າວເຖິງປະຊາຊົນຢູ່ເຂດຫ່າງໄກສອກຫຼີກ, ເຂດຊາຍແດນ, ໝູ່ເກາະ. ເຖິງວ່າຜູ້ຟັງຈະຢູ່ບ່ອນໃດ ຫຼືພວມເຄື່ອນຍ້າຍໄປ ກໍ່ສາມາດຮັບຟັງໄດ້, ນີ້ແມ່ນທ່າແຮງຂອງກະຈາຍສຽງ ແລະ ວິທະຍຸກະຈາຍສຽງຫວຽດນາມ ຄວນເສີມຂະຫຍາຍທ່າແຮງນັ້ນ. ຕ້ອງຈັດລາຍການກະຈາຍສຽງໃຫ້ເໝາະສົມກັບເງື່ອນໄຂປະຈຸບັນ, ເໝາະສົມກັບເຕັກໂນໂລຢີທີ່ມີຢູ່ແລ້ວ, ເພື່ອເຮັດໃຫ້ກະຈາຍສຽງນັບມື້ນັບພັດທະນາກວ່າ “.
ທ່ານຮອງຜູ້ອຳນວຍການໃຫຍ່ ຫວູຫາຍ ກໍ່ຖືວ່າ, ຫົວຂໍ້ຂອງວັນກະຈາຍສຽງໂລກປີນີ້ແມ່ນ “ຊາວໜຸ່ມ ແລະ ກະຈາຍສຽງ“ ແມ່ນມີຄວາມໝາຍທີ່ສຸດໃນປະຈຸບັນ… ປະຈຸບັນບັນດາລາຍການຊາວໜຸ່ມຂອງວິທະຍຸກະຈາຍສຽງຫວຽດນາມ ລ້ວນແຕ່ມຸ່ງເຖິງເລື່ອງໂຄສະນາ, ສຶກສາດ້ານຄຸນສົມບັດ, ແບບແຜນ, ທັກສະດຳລົງຊີວິດໃຫ້ຊາວໜຸ່ມ ຜ່ານຫຼາຍຮູບການທີ່ແຕກຕ່າງກັນ, ເໝາະສົມກັບຊາວໜຸ່ມ.
ທ່ານຮອງຜູ້ອຳນວຍການໃຫຍ່ ຫວູຫາຍ ຢືນຢັນວ່າ, ວິທະຍຸກະຈາຍສຽງຫວຽດນາມ ໄດ້, ພວມ ແລະ ຈະສືບຕໍ່ປ່ຽນໃໝ່, ໃນນັ້ນຖືຜູ້ຟັງເປັນຈຸດສຸມ, ທັງແມ່ນເປົ້າໝາຍ, ທັງແມ່ນກຳລັງໜູນຂອງການພັດທະນາທຸກຢ່າງ.