ຂີດໝາຍໃໝ່ຂອງສະພາ ແຫ່ງຊາດຫວຽດນາມໃນ ກອງປະຊຸມໃຫຍ່ລັດຖະ ສະພາລະຫວ່າງຊາດໂລກ


ຂີດໝາຍໃໝ່ຂອງສະພາ ແຫ່ງຊາດຫວຽດນາມໃນ ກອງປະຊຸມໃຫຍ່ລັດຖະ ສະພາລະຫວ່າງຊາດໂລກ - ảnh 1
ທ່ານ​ເຈິ່ນວັນ​ຮັ່ງ ຫົວໜ້າ​ກຳ​ມະ​ທິການ​ພົວພັນ​ກັບ​ຕ່າງປະ​ເທດ

(ພາບ: vov.vn)

 (vovworld)- ​ເຫດການ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽ​ດນາມ ຫງວຽນ​ຊິງ​ຮຸ່ງ ​ໄດ້​ນຳ​ໜ້າຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າຮ່ວມກອງ​ປະຊຸມ​ໃຫຍ່ລັດຖະສະພາ​ລະຫວ່າງ​ຊາດ​ໂລກ (IPU) 130 ຢູ່​ປະ​ເທດ​ສະ​ວິດ ຫວ່າງ​ແລ້ວ​ນີ້ ​ໄດ້ສະ​ແດງ​ໃຫ້​ເຫັນການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ, ມີ​ປະສິດທິ​ຜົນ​ຂອງສະພາ​ແຫ່ງ​ຊາດ​ຫວຽດນາມ​ໃນ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ​ໃຫ່ຍກ່ວາ​ໝູ່​ຂອງ​ລັດຖະສະພາ​ໂລກ. ທ່ານ​ເຈິ່ນວັນ​ຮັ່ງ ຫົວໜ້າ​ກຳ​ມາທິການ​ພົວພັນ​ກັບ​ຕ່າງປະ​ເທດ ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ເນັ້ນໜັກ​ສິ່ງ​ດັ່ງກ່າວ​ໃນ​ການ​ຕອບ​ສຳພາດ​ຕໍ່ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ກ່ຽວ​ກັບ​ໝາກຜົນ​ຂອງການ​ຢ້ຽມຢາມ. ທ່ານ​ເຈີ່ນ​ວັນ​ຮັ່ງ ​ໃຫ້​ຮູ້​ຕື່ມ​ອີກ​ວ່າ:

   “ນີ້​ກໍ່​ແມ່ນ​ການ​ກະກຽມ​ສຳຄັນ​ທີ່​ສຸດ​ໃຫ້​ແກ່​​ເລື່ອງ​ຫວຽດນາມ ​ເປັນ​ເຈົ້າພາບ​ຈັດກອງ​ປະຊຸມ​ໃຫຍ່ລັດຖະສະພາ​ລະຫວ່າງ​ຊາດ​ໂລກຄັ້ງທີ 132 ​ໃນ​ທ້າຍ​ເດືອນ 3/2015. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽ​ດນາມ ຫງວຽນ​ຊິງ​ຮຸ່ງ ​ ​ໄດ້​ເຂົ້າຮ່ວມກອງ​ປະຊຸມ​ໃຫຍ່ລັດຖະສະພາ​ລະຫວ່າງ​ຊາດ​ໂລກຄັ້ງນີ້ ​ແລະ ມີ​ບົດ​ກ່າວ​ປາ​ໄສ​ສຳຄັນ​ທີ່​ສຸດ ​ແລະ ສົ່ງ​ມາ​ຍັງ ປຊຊ ​ໂລກສານ​ທີ່​ວ່າ: ຫວຽດນາມ ຢາກ​ຮ່ວມ​ມື​ກັບ ປຊຊ ປະ​ເທດ​ຕ່າງໆ​ໃນ​ໂລກ​ເພື່ອ​ສ້າງ​ໂລກ​ແຫ່ງ​ສັນຕິພາບ, ປະຊາທິປະ​ໄຕ“./.

 

ຂ່າວ/ບົດ​ອື່ນ