ຂໍ້​ຕົກ​ລົງ​​ດ້ານ​ການ​ຄ້າລະ​ຫວ່າງ ອາ​ເມ​ລິ​ກາ - ອັງ​ກິດ ອາດ​ຈະ​ຖືກກົດ​ໝ່ວງທ່ວງດຶງ ຍ້ອນ​ການ​ໂຕ້​ຖຽງ​ກັນຫຼັງ Brexit

(VOVWORLD) -ລັດຖະບານ ຂອງ ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ໃຫ້ຮູ້ວ່າ ປະເທດນີ້ ອາດຈະ ອ້າງອີງໃສ່ ມາດຕາທີ 16 ຖ້າຫາກວ່າ ບໍ່ສາມາດລົງນາມຂໍ້ຕົກລົງກັບ Brussels ເພື່ອແນໃສ່ຫຼຸດຜ່ອນຂໍ້ຈຳກັດດ້ານການຄ້າ ລະຫວ່າງ ອັງກິດ ແລະ ອຽກລັງເໜືອ ທີ່ໄດ້ກຳນົດໃນອະນຸສັນຍາ.



ຂໍ້​ຕົກ​ລົງ​​ດ້ານ​ການ​ຄ້າລະ​ຫວ່າງ ອາ​ເມ​ລິ​ກາ - ອັງ​ກິດ ອາດ​ຈະ​ຖືກກົດ​ໝ່ວງທ່ວງດຶງ ຍ້ອນ​ການ​ໂຕ້​ຖຽງ​ກັນຫຼັງ Brexit - ảnh 1ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson  (ພາບ: The Guardian)

ໜັງສືພິມ The Financial Times ໄດ້ຄັດສະເໜີຄຳເວົ້າຂອງເຈົ້າໜ້າທ່ານໜຶ່ງ ຂອງ ກະຊວງການຄ້າ ອາເມລິກາ ໂດຍໄດ້ປະກາດວ່າ ການເຈລະຈາກັບ ອັງກິດ ກ່ຽວກັບການຜ່ອນຜັນອັດຕາພາສີ ສຳລັບ ອາລູມີນຽມ ແລະ ເຫຼັກກ້າ ບໍ່ສາມາດດຳເນີນໃນໄລຍະຈະມາເຖິງ. ເຈົ້າໜ້າທີ່ທ່ານນີ້ ໄດ້ຄັດສະເໜີຄວາມວິຕົກກັງວົນຂອງ ອາເມລິກາ ທີ່ມີຕໍ່ຄຳກ່າວເຕືອນຂອງ ອັງກິດ ກ່ຽວກັບການເລີ່ມດຳເນີນມາດຕາທີ 16, ໂດຍແມ່ນມາດຕາປ້ອງກັນຕົນເອງ ໃນ ອະນຸສັນຍາ ອຽກລັງເໜືອ ຫຼັງ Brexit. ປັດຈຸບັນ, ອາເມລິກາ ໄດ້ແຈ້ງໃຫ້ ອັງກິດ ຮັບຊາບກ່ຽວກັບ ເຫດຜົນຂອງການໂຈະການເຈລະຈາ.

ກ່ອນໜ້ານັ້ນ, ລັດຖະບານ ຂອງ ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ໃຫ້ຮູ້ວ່າ ປະເທດນີ້ ອາດຈະ ອ້າງອີງໃສ່ ມາດຕາທີ 16 ຖ້າຫາກວ່າ ບໍ່ສາມາດລົງນາມຂໍ້ຕົກລົງກັບ Brussels ເພື່ອແນໃສ່ຫຼຸດຜ່ອນຂໍ້ຈຳກັດດ້ານການຄ້າ ລະຫວ່າງ ອັງກິດ ແລະ ອຽກລັງເໜືອ ທີ່ໄດ້ກຳນົດໃນອະນຸສັນຍາ.

ຕອບກັບ

ຂ່າວ/ບົດ​ອື່ນ