ຂໍ້ຕົກລົງຢຸດຍິງຢູ່ຊູດານໃຕ້ເລີ່ມມີຜົນສັດສິດຢ່າງເປັນທາງການ

(VOVWORLD) -ຂໍ້ຕົກລົງຢຸດຍິງລະຫວ່າງບັນດາຝ່າຍຢູ່ຊູດານໃຕ້ ໄດ້ເລີ່ມມີຜົນສັກສິດຢ່າງເປັນທາງການ, ນັບແຕ່ເວລາ 0 ໂມງ 01 ນາທີ ຂອງວັນທີ 24 ທັນວາ (ຕາມເວລາທ້ອງຖິ່ນ).

ຂໍ້ຕົກລົງຢຸດຍິງຢູ່ຊູດານໃຕ້ເລີ່ມມີຜົນສັດສິດຢ່າງເປັນທາງການ - ảnh 1 ຂໍ້ຕົກລົງຢຸດຍິງຢູ່ຊູດານໃຕ້ເລີ່ມມີຜົນສັດສິດຢ່າງເປັນທາງການ

(ພາບ: VTV)

ນີ້ແມ່ນຄວາມມານະພະຍາຍາມໃໝ່ສຸດເພື່ອແນໃສ່ຢຸດຕິສົງຄາມພາຍໃນເຊິ່ງຖືກແກ່ຍາວເປັນເວລາ 4 ປີ. ຂໍ້ຕົກລົງຢຸດຍິງດັ່ງກ່າວເຊິ່ງລັດຖະບານ ແລະ ບາງກຸ່ມປະກອບອາວຸດລົງນາມໃນວັນທີ 21 ທັນວາ, ໃນຂອບເຂດການເຈລະຈາໂດຍອົງການພັດທະນາລະຫວ່າງລັດຖະບານ (IGAD) ທິດຕາເວັນອອກອາຟະລິກາ ຈັດຕັ້ງຢູ່ນະຄອນຫຼວງ Addis Ababa ຂອງ Ethiopia. ຕາມຂໍ້ຕົກລົງແລ້ວ, ບັນດາກຳລັງຕ້ອງ “ຮັກສາທີ່ຕັ້ງໄວ້”, ຢຸດຕິທຸກການກະທຳອາດຈະພາໄປເຖິງການສູ້ຢັນກັນ ແລະ ປ່ອຍນັກໂທດການເມືອງ ກໍຄືແມ່ຍິງ ແລະ ເດັກນ້ອຍຖືກຫຼອກຈັບຕົວ.

ຕອບກັບ

ຂ່າວ/ບົດ​ອື່ນ