ຂໍ້​ລິ​ເລີ່ມ​ເສດ​ຖະ​ກິດ​ຂຽວ IORA ຊຸກ​ຍູ້​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ

(VOVWORLD) -ທ່ານ Ang Chin Hup ນັກຊ່ຽວຊານຄົ້ນຄ້ວາຂັ້ນສູງ ຂຶ້ນກັບສະຖາບັນຄົ້ນຄ້ວາການເດີນທະເລ ມາເລເຊຍ (MIMA) ຖືວ່າ: ຂໍ້ລິເລີ່ມ ເສດຖະກິດ ຂຽວ ແລວ ມະຫາສະມຸດອິນເດຍ ອາດຈະແມ່ນຮູບແບບເພື່ອໃຫ້ບັນດາປະເທດແຄມທະເລຕາເວັນອອກໄດ້ປຶກສາຫາລື
ຂໍ້​ລິ​ເລີ່ມ​ເສດ​ຖະ​ກິດ​ຂຽວ IORA ຊຸກ​ຍູ້​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ - ảnh 1 ທ່ານ Ang Chin Hup ນັກຊ່ຽວຊານຄົ້ນຄ້ວາຂັ້ນສູງ ຂຶ້ນກັບສະຖາບັນຄົ້ນຄ້ວາການເດີນທະເລ ມາເລເຊຍ (MIMA) (ພາບ: TTXVN) 

ກ່າວຄຳເຫັນທີ່ວາລະປຶກສາຫາລືຄັ້ງທີ 8 ດ້ວຍຫົວຂໍ້ວ່າ “ພັດທະນາການເດີນທະເລ ແບບຍືນຍົງ: ກຳລັງແຮງໃນອະນາຄົດ ຂອງ ມະຫາສະມຸດ” ໃນຂອບເຂດກອງປະຊຸມວິທະຍາສາດ ສາກົນ ກ່ຽວກັບທະເລຕາເວັນອອກຄັ້ງທີ 12, ເຊິ່ງໄດ້ດຳເນີນໃນລະຫວ່າງວັນທີ 16 – 17 ພະຈິກ, ທ່ານ Ang Chin Hup ນັກຊ່ຽວຊານຄົ້ນຄ້ວາຂັ້ນສູງ ຂຶ້ນກັບສະຖາບັນຄົ້ນຄ້ວາການເດີນທະເລ ມາເລເຊຍ (MIMA) ຖືວ່າ: ຂໍ້ລິເລີ່ມ ເສດຖະກິດ ຂຽວ ແລວ ມະຫາສະມຸດອິນເດຍ ອາດຈະແມ່ນຮູບແບບເພື່ອໃຫ້ບັນດາປະເທດແຄມທະເລຕາເວັນອອກໄດ້ປຶກສາຫາລື. ນັກຊ່ຽວຊານ Ang Chin Hup ໃຫ້ຮູ້ວ່າ ເພື່ອຊຸກຍູ້ຂໍ້ລິເລີ່ມ ດັ່ງກ່າວ, IORA ໄດ້ວາງແຜນກຳນົດ 4 ຂົງເຂດຈຸດສຸມລວມມີ: ການຫາປາ ແລະ ປູກລ້ຽງສິນໃນນ້ຳ, ທ່າກ່ຳປັ່ນ ແລະ ການຂົນສົ່ງທາງທະເລ, ພະລັງງານມະຫາສະມຸດຜະລິດຄືນໃໝ່, ແລະ Hydricarbon ຢູ່ທະເລ ແລະ ແຮ່ທາດໃນພື້ນທະເລ. ຕາມນັກຊ່ຽວຊານ Ang Chin Hup ແລ້ວ, ບັນດາປະເທດແຄມທະເລຕາເວັນອອກ ຕ່າງກໍ່ປະເຊີນໜ້າກັບບັນດາສິ່ງທ້າທາຍທີ່ຄ້າຍຄືກັນເປັນຕົ້ນແມ່ນ ບັນດາປະເທດແຄມທະເລຢູ່ມະຫາສະມຸດອິນເດຍ ກໍ່ລ້ວນແຕ່ ອີງໃສ່ແຫຼ່ງຊັບພະຍາກອນທຳມະຊາດສິ່ງມີຊີວິດ ແລະ ບໍ່ມີຊີວິດ ຢູ່ທະເລເພື່ອສະໜອງສະບຽງອາຫານ, ການຄ້າ, ການຂົນສົ່ງ ແລະ ຄວາມໝັ້ນຄົງ. ບັນດາປະເທດ ແຄມທະເລຕາເວັນອອກ ອາດຈະຖອດຖອນບົດຮຽນຈາກ ສອງບັນຫາພົ້ນເດັ່ນ ທີ່ເກີດຂຶ້ນຈາກການປະຕິບັດຂໍ້ລິເລີ່ມ, ນັ້ນແມ່ນການເຕີບໂຕເສດຖະກິດ ແລະ ສະພາບແວດລ້ອມທີ່ມີຄວາມຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ