ໂດຍເບິ່ງແຍງດູແລຊີວິດການເປັນຢູ່ຂອງພະນັກງານ, ນັກຮົບ ແລະ ປະຊາຊົນໃນໝູ່ເກາະ ເຈື່ອງຊາຢ່າງແທດຈິງ, ກອງບັນຊາການທະຫານເຂດ 4, ເຫຼົ່າທັບເຮືອ ໄດ້ຈັດຕັ້ງການຂົນສົ່ງສິນຄ້າ ເພື່ອຮັບໃຊ້ນັກຮົບ ແລະ ປະຊາຊົນ ເຈື່ອງຊາໃນໂອກາດປີໃໝ່ 2012 ແລະ ປີໃໝ່ປະຈຳຊາດປີມະໂຮງ, ເມື່ອຕ້ອນຮັບຂອງຂັວນຈາກດິນຕໍ່ແຜ່ນສົ່ງມາ, ນັກຮົບໜຸ່ມ ກາວຟີຮຸ່ງ, ບ້ານເກີດຢູ່ ບຽນຮ່ວາ, ແຂວງດົ່ງນາຍ ເວົ້າວ່າ: ປີໃໝ່ຢູ່ ເກາະຕຽນໜືເຊິ່ງແມ່ນເກາະໜຶ່ງທີ່ໃກສຸດຂອງໝູ່ເກາະ ເຈື່ອງຊາ, ກໍ່ມີເຄື່ອງຂອງຢ່າງຄົບຖ້ວນບໍ່ຕ່າງກັບຢູ່ດິນຕໍ່ແຜ່ນ. ນັກຮົບ ກາວຟີຮຸ່ງ ເວົ້າວ່າ:
“ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກພັກ ແລະ ລັດທີ່ຝາກຂອງຂວັນມາໃນໂອກາດປີໃໝ່, ພະນັກງານ, ນັກຮົບຮູ້ສຶກມ່ວນຊື່ນຫຼາຍ, ພະນັກງານ, ນັກຮົບ ຈະມີຄວາມອຸ່ນອ່ຽງໃຈ ເພື່ອປົກປັກຮັກສາອະທິປະໄຕໝູ່ເກາະທະເລຂອງປະເທດຊາດ”
ຮ້ອຍຕີ ຫງວຽນວັນເກ໋ວ, ຮອງຫົວໜ້າເກາະ ຕຽນໜືໃຫ້ຮູ້ວ່າ: ແຕ່ລະປີ, ພະນັກງານ, ນັກຮົບໃນເກາະມີຊຸມວັນປີໃໝ່ປະຈຳຊາດ ດ້ວຍຈິດໃຈ: ມ່ວນຊື່ນ, ປອດໄພ, ປະຢັດ ແລະ ຍາມໃດກໍ່ພ້ອມແລ້ວທີ່ຈະຕໍ່ສູ້ໃນທຸກໆກໍລະນີ
“ເຖິງວ່າແມ່ນເກາະຫ່າງໃກກໍ່ຕາມ, ແຕ່ລະບອບຂອງກອງທັບຍັງໄດ້ຮັກສາໄວ້ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດທີ່ສຸດດັ່ງນັ້ນ. ພວກເຮົາຈົ່ງຮັບມືກັບທຸກກໍລະນີ ປົກປັກຮັກສາໝູ່ເກາະທະເລຢ່າງໝັ້ນຄົງໄດ້”.