ຂະບວນການ ກໍ່ສ້າງຊົນນະບົດໃໝ່ໄດ້ມີການຫັນປ່ຽນຢ່າງແຂງແຮງ

  ຂະບວນການ ກໍ່ສ້າງຊົນນະບົດໃໝ່ໄດ້ມີການຫັນປ່ຽນຢ່າງແຂງແຮງ  - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ

(vovworld)- ຕອນ​ບ່າຍ​ວັນ​ທີ 22/1, ຢູ່​ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ຜ່ານ​ເຄື​ອ​ຂ່າຍ​ອິນ​ເຕິ​ເນັດ ສະຫຼຸບ​ປີ 2014 ແລະ ຜັນ​ຂະ​ຫຍາຍແຜນ​ການ​ປີ 2015 ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ສ້າງ​ຊົນ​ນະ​ບົດ​ໃໝ່.

      ບົດ​ລາຍ​ງານ​ໝາກ​ຜົນ​ແຫ່ງ​ການ​ປະ​ຕິ​ບັດ​ໂຄງ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ປີ 2014 ໃຫ້​ເຫັນ​ວ່າ ຂະ​ບວນ​ການ​ໄດ້​ມີ​ການ​ຫັນ​ປ່ຽນ​ຢ່າງ​ແຂງ​ແຮງ. ບັນ​ດາ​ທ້ອງ​ຖິ່ນ​ໄດ້​ມີຫຼາຍ​ກົນ​ໄກ, ນະ​ໂຍ​ບາຍ​ທີ່​ພີກ​ໄຫວ​ເພື່ອລະ​ດົມ​ແຫຼ່ງ​ກຳ​ລັງ​ປະ​ຕິ​ບັດ​ໂຄງ​ການ. ຍ້ອນ​ແນວນັ້ນ, ລະ​ດັບ​ບັນ​ລຸ​ບັນ​ລຸ​ມາດ​ຖານ​ຂອງ​ສັງຄົມ​ເພີ່ມ​ຂຶ້ນ​ຢ່າງ​ເຫັນ​ໄດ້​ຊັດ. ໂຄງ​ປະ​ກອບ​ພື້ນ​ຖານ​ໂຄງ​ລ່າງທີ່​ຈຳ​ເປັນ​ເພື່ອ​ຮັບ​ໃຊ້​ການ​ຜະ​ລິດ ແລະ ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໄດ້​ຮັບ​ການກໍ່​ສ້າງ, ຍົກ​ລະ​ດັບ, ລາຍ​ຮັບ​ຂອງ​ປະ​ຊາ​ຊົນ​ຢູ່​ເຂດ​ຊົນ​ນະ​ບົດ​ໄດ້​ເພີ່ມ​ຂຶ້ນ​ສູງກວ່າ.

   ໄລ​ຮອດ​ໝົດ​ປີ 2014, ທົ່ວ​ປະ​ເທດ​ມີ 785 ຕາ​ແສງ​ບັນ​ລຸ​ມາດ​ຖານ. ປະ​ຈຸ​ບັນ​ມີ 2 ຫົວ​ໜ່ວຍ​ຂັ້ນ​ເມ​ືອງ​ໃນ​ແຂວງ​ດົງ​ນາຍ ໄດ້​ຮັບ​ການຢັ້ງ​ຢືນ​ບັນ​ລຸ​ມາ​ຕະ​ຖານ​ຊົນ​ນະ​ບົດ​ໃໝ່​ຈາກ​ລັດ​ຖະ​ບານ.

 

ຂ່າວ/ບົດ​ອື່ນ