ຂະບວນການແຂ່ງຂັນໃນທົ່ວປະເທດມີການ ປ່ຽນແປງໃໝ່ຫຼາຍຢ່າງ, ມີຫົວຄິດປະດິດສ້າງ, ແທດຈິງ

ຂະບວນການແຂ່ງຂັນໃນທົ່ວປະເທດມີການ ປ່ຽນແປງໃໝ່ຫຼາຍຢ່າງ, ມີຫົວຄິດປະດິດສ້າງ, ແທດຈິງ - ảnh 1
(ພາບປະກອບ)

(vovworld) - ທີ່​ກອງ​ປະຊຸມ​ໂດຍ​ກົງ​ຜ່ານ​ເຄືອ​ນຂ່າຍ​ອີນ​ເຕີ​ແນັດ ສະຫຼຸບ​ວຽກ​ງານ​ແຂ່ງຂັນ, ຍ້ອງຍໍ​ປີ 2013, ຜັນ​ຂະຫຍາຍ​ໜ້າ​ທີ່​ປີ 2014 ດ້ວຍ 62 ສະຖານ​ທີ່​ໃນ​ທົ່ວ​ປະ​ເທດ, ​ໂດຍ​ສະພາ​​ແຂ່ງຂັນ - ຍ້ອງຍໍສູນ​ກາງຫວຽດນາມ ຈັດ​ຕັ້ງ​ໃນ​ຕອນ​ເຊົ້າວັນ​ທີ 25/12, ທ່ານ​ນາງຮອງລັດຖະມົນຕີ​ກະຊວງ​ພາຍ​ໃນ ​ເຈີ​ນທິຮ່າ​ຄ໋ຽດ, ຮອງ​ປະທານຜູ້​ປະຈຳການ​ສະພາ​​ແຂ່ງຂັນ - ຍ້ອງຍໍສູນ​ກາງຫວຽດນາມ ຢືນຢັນ​ວ່າ: ຂະ​ບວນການ​ແຂ່ງຂັນ ​ໄດ້​ຮັບ​ການ​ປະຕິບັດ​ໃນ​ທົ່ວ​ປະ​ເທດ ​ໄດ້​ມີ​ການ​ປ່ຽນ​ແປງ​ໃໝ່​ຫຼາຍ​ຢ່າງ, ມີ​ຫົວຄິດ​ປະດິດ​ສ້າງ ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ. ພິ​ເສດ, ພົ້ນ​ເດັ່ນ​ກວ່າ​ໝູ່​ແມ່ນ​ຂະ​ບວນການ​ແຂ່ງຂັນ “ທົ່ວ​ປະ​ເທດ​ຮ່ວມ​​ແຮງ​ຮ່ວມ​ໃຈ​ກໍ່ສ້າງ​ຊົນນະບົດ​ໃໝ່” ​ແລະ ບັນ​ດາ​ຂະ​ບວນການ​ແຂ່ງຂັນຮັກ​ຊາດ ຕິດ​ພັນ​ກັບ​ການ​ຮໍ່າຮຽນ​ ​ແລ​ະ ປະຕິບັດ​ຕາມ​ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ. ທີ່​ບັນດາ​ຂະ​ບວນການ​ແຂ່ງຂັນ​ອື່ນ ​ໄດ້​ມີ​ບັນດາ​ຮູບ​ແບບ​ປະດິດຄິດ​ສ້າງ, ປັບປຸງ​​ເຕັກນິກ, ຍົກ​ສູງ​ສະມັດ​ຕະພາບການ​ອອກ​ແຮງ​ງານ; ບັນດາ​ໝູ່​ຄະນະ, ສ່ວນ​ບຸກຄົນ​ໄດ້​ມີ​ຜົນງານ ​ເຊິ່ງ​ໄດ້​ຮັບ​ການ​ຍ້ອງຍໍ​ຢ່າງ​ທັງ​ການ, ບັນດາ​ຮູບ​ແບບ​ດີ​ເດັ່ນ​ໄດ້​ຮັບ​ການ​ເຊີດ​ຊູ...

ຂ່າວ/ບົດ​ອື່ນ