ຂະບວນລົດໂອໂຕທ່ອງທ່ຽວ ແລະ ໂຄສະນາ ອາຊຽນ - ຈີນ ປີ 2016
(ພາບ: TTXVN)
(vovworld) - ວັນທີ 11/12, ຂະບວນລົດໂອໂຕທ່ອງທ່ຽວ ແລະ ໂຄສະນາ ອາຊຽນ - ຈີນ ປີ 2016 (CAITA) ໄດ້ໄປຮອດນະຄອນຫລວງ Jakarta, ສິ້ນສຸດການເດີນທາງດ້ວຍໄລຍະຍາວ 10.000 ກມ ໃນ 20 ວັນ ແລະ ຜ່ານ 9 ປະເທດໃນພາກພື້ນ. ຂະບວນລົດລວມມີ 25 ຄັນດ້ວຍສະມາຊີກເກືອບ 100 ຄົນ, ໃນນັ້ນ ສ່ວນຫລາຍແມ່ນນັກຂ່າວຂອງສື່ມວນຊົນ ຈີນ ແລະ ບັນດາປະເທດ ອາຊຽນ. ນີ້ແມ່ນສ່ວນໜຶ່ງໃນບັນດາການເຄື່ອນໄຫວສະເຫຼີມ ສະຫຼອງ 25 ປີແຫ່ງການພົວພັນຄູ່ວັນເຈລະຈາ ອາຊຽນ - ຈີນ.
ກ່າວຄຳເຫັນທີ່ພິທີຕ້ອນຮັບຂະບວນລົດໂອໂຕ CAITA ຢູ່ສຳນັກງານຄະນະເລຂາ ອາຊຽນ ທີ່ Jakarta ທ່ານຮອງເລຂາທິການໃຫຍ່ ອາຊຽນ Mochtan ເນັ້ນໜັກວ່າ: ລາຍການນີ້ ເພື່ອແນໃສ່ເພີ່ມທະວີການພົບປະແລກປ່ຽນລະຫວ່າງປະຊາຊົນບັນດາປະເທດ, ແມ່ນຂົວຕໍ່ທີ່ສຳຄັນ ປະກອບສ່ວນຊຸກຍູ້ນ້ຳໃຈມິດຕະພາບລະຫວ່າງປະຊາຊົນ ຈີນ ແລະ ປະຊາຊົນບັນດາປະເທດ ອາຊຽນ.
ທ່ານ ບູຍກູຍຟອງ ສະມາຊິກຄະນະ ຫວຽດນາມ ໃຫ້ຮູ້ວ່າ: ຄະນະ ຫວຽດນາມ ເຂົ້າຮ່ວມເຫດການນີ້ ລວມມີ 5 ຄົນ, ໃນນັ້ນ ມີນັກຂ່າວ 2 ຄົນ. ນີ້ແມ່ນເຫດການມີຄວາມໝາຍທີ່ສຸດ, ສ້າງຄວາມເຂົ້າອົກເຂົ້າໃຈ, ແບ່ງປັນກ່ຽວກັບວັດທະນະທຳ ກໍ່ຄືການ ຮ່ວມມືດ້ານເສດຖະກິດລະຫວ່າງບັນດາປະເທດໃນພາກພື້ນ.