ຂະບວນວິວັດແຫ່ງການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ໄດ້ຈັດຕັ້ງປະຕິບັດຢ່າງເຂັ້ມງວດ
(VOVWORLD) - ວັນທີ 13 ຕຸລາ, ຄະນະສະມາຊິກສະພາແຫ່ງຊາດແຂວງ ລອງອານ ໂດຍທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານຫວຽດນາມ ເຈືອງຮວ່າບິງ; ຫົວໜ້າຄະນະສະມາຊິກສະພາແຫ່ງຊາດຫວຽດນາມ ແຂວງ ລອງອານ ນໍາໜ້າຄະນະ ໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງເມືອງ ດຶກເຫວ້, ເມືອງ ເບັ໊ນລຶກ ກ່ອນດໍາເນີນກອງປະຊຸມສະໄໝສາມັນຄັ້ງທີ 8, ສະພາແຫ່ງຊາດຫວຽດນາມ ຊຸດທີ 14.
ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານຫວຽດນາມ ເຈືອງຮວ່າບິງ ພົບປະກັບຜູ້ມີສິດເລືອກຕັ້ງ (ພາບ: TTXVN) |
ທີ່ການພົບປະ, ບັນດາຜູ້ມີສິດເລືອກຕັ້ງແຂວງລອງອານ ໄດ້ຍົກອອກຄໍາເຫັນ, ຂໍ້ສະເໜີແນະຫຼາຍຢ່າງທີ່ກ່ຽວຂ້ອງເຖິງການປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະ; ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ອາດຊະຍາກໍາຢາເສບຕິດ; ການຈໍາໜ່າຍຜະລິດຕະພັນກະເສດ...
ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ເຈືອງຮວ່າບິ່ງ ໄດ້ຮັບເອົາບັນດາຄໍາເຫັນປະກອບ ກໍຄືບັນດາຂໍ້ສະເໜີແນະ, ບັນດາບັນຫາເຊິ່ງຜູ້ມີສິດເລືອກຕັ້ງ ໄດ້ຍົກອອກມາ. ພ້ອມທັງຢ້ັງຢືນວ່າ ວຽກງານຕ້ານການສໍ້ລາດບັງຫຼວງພວມຖືກ ພັກ ແລະ ລັດຖະບານ ຍູ້ແຮງ ແລະ ໄດ້ຮັບຄວາມເຫັນດີເຫັນພ້ອມ, ສະໜັບສະໜູນຈາກປະຊາຊົນ ແລະ ຈະສືບຕໍ່ຈັດຕັ້ງປະຕິບັດຢ່າງເຂ້ັມງວດ.