ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ກ່າວຄວາມເຫັນທີ່ກອງປະຊຸມ
(ພາບ: phapluatxahoi.vn)
|
(vovworld) - ຕອນເຊົ້າວັນທີ 15/1, ກ່າວຄວາມເຫັນທີ່ກອງປະຊຸມທົ່ວປະເທດກ່ຽວກັບການຜັນຂະຫຍາຍວຽກງານຍຸຕິທຳປີ 2015. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ເນັ້ນໜັກວ່າ, ລັດຖະທຳມະນູນຈະໄດ້ຮັບການຈັດຕັ້ງປະຕິບັດໄດ້ດີຫຼືບໍ, ພື້ນຖານກົດໝາຍສັງຄົມນິຍົມຂອງຫວຽດນາມ ໃກ້ຊິດກັບຕົວຈິງ ແລະ ສະແດງອອກໃນພຶດຕິກຳຕົວຈິງໄດ້ຫຼືບໍ; ປະເທດຈະສືບຕໍ່ປ່ຽນໃໝ່, ພັດທະນາໄດ້ຫຼືບໍ ແມ່ນຂຶ້ນກັບຖັນແຖວຜູ້ທີ່ເຮັດວຽກງານກົດໝາຍ. ທ່ານປະທານສະເໜີວ່າ:
“ຂະແໜງຍຸຕິທຳຄວນສືບຕໍ່ບົດບາດເປັນຈຸດສຸມໃນວຽກງານຜັນຂະຫຍາຍການປະຕິບັດລັດຖະທຳມະນູນ, ໃນນັ້ນໃສ່ໃຈເຖິງການຍູ້ແຮງວຽກງານໂຄນະນາ, ເຜີຍແຜ່ລັດຖະທຳມະນູນ, ຍົກສູງຄວາມນັບຖືກົດໝາຍໃນຊີວິດສັງຄົມ; ສືບຕໍ່ກວດກາລະບົບກົດໝາຍທັງໝົດເພື່ອສະເໜີປັບປຸງ, ເພີ່ມເຕີມຢ່າງທັນການ, ລົບລ້າງ ຫຼື ປະກາດໃຊ້ບັນດາເອກະສານໃໝ່ໃຫ້ເໝາະສົມກັບລັດຖະທຳມະນູນ. ລະດົມປັນຍາຊົນໃນທົ່ວຂະແໜງ, ປະກອບສ່ວນຍົກສູງຄຸນນະພາບ, ປັບປຸງລະບອບ, ເຂົ້າຮ່ວມການປັບປຸງບັນດາຮ່າງກົດໝາຍໃນລາຍການກໍ່ສ້າງກົດໝາຍ, ລັດຖະບັນຍັດຂອງສະພາແຫ່ງຊາດຢ່າງມີປະສິດທິຜົນ; ຈັດຕັ້ງການຮັບເອົາຄວາມເຫັນຂອງປະຊາຊົນກ່ຽວກັບຮ່າງກົດໝາຍແພ່ງ (ສະບັບປັບປຸງ)“