ຂະແໜງຕ່ຳແຜ່ນຕັດຫຍິບຫວຽດນາມຈະຂະຫຍາຍຕົວໃນປີ2017
ພາບປະກອບ
|
(vovworld) - ປີ 2016, ວົງເງິນການສົ່ງອອກທົ່ວຂະແໜງຕ່ຳແຜ່ນຕັດຫຍິບ ຫວຽດນາມ ບັນລຸລະດັບເຕີບໂຕ 5,7%. ຕາມບັນດານັກຊ່ຽວຊານດ້ານເສດຖະກິດແລ້ວ, ປີ 2016, ເຖິງວ່າວົງເງິນສົ່ງອອກເຄື່ອງຕ່ຳແຜ່ນຕັດຫຍິບ ຫວຽດນາມ ບັນລຸລະດັບເຕີບໂຕ 1 ຕົວເລກເທົ່ານັ້ນ, ແຕ່ສັງເກດສັງລວມເສດຖະກິດທົ່ວໂລກ ກໍ່ຄືບັນດາການຜັນແປດ້ານເສດຖະກິດ, ການເມືອງຢູ່ບັນດາຕະຫຼາດຕົ້ນຕໍ, ນີ້ຍັງແມ່ນຄວາມມານະພະຍາຍາມທີ່ເປັນໜ້າຊົມເຊີຍ. ທ່ານ ເລຕ໋ຽນເຈື່ອງ, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດຕຳແຜ່ນຕັດຫຍິບ ຫວຽດນາມ ໃຫ້ຮູ້ວ່າ: ກຸ່ມບໍລິສັດສູ້ຊົນບັນລຸມູນຄ່າການຜະລິດອຸດສາຫະກຳເພີ່ມຂຶ້ນ 14% ເມື່ອທຽບໃສ່ປີ 2016, ພ້ອມທັງເພີ່ມທະວີລັກສະນະເປັນເຈົ້າການໃນວຽກງານຕະຫຼາດ, ພິເສດແມ່ນຢູ່ບັນດາຕະຫຼາດຈຸດສຸມ ແລະ ມີຄວາມສາມາດບົ່ມຊ້ອນຄື: ອາເມລິກາ, ອີຢູ, ຍີ່ປຸ່ນ:
“ສັນຍາການຮ່ວມມື ຫວຽດນາມ - ອີຢູ ແມ່ນໃຫຍ່ຫລວງ ຍ້ອນວ່າຂອບຂະໜາດຂອງຕະຫຼາດເອີລົບສາມາດຂຶ້ນເຖິງ 200 ຕື້ USD ຕໍ່ປີ. ປີ 2017 ໄດ້ຮັບຖືວ່າ ແມ່ນປີມີການກະກຽມໃຫ້ບັນດາສັນຍາການຄ້າເສລີ ຫວຽດນາມ - ອີຢູ. ນີ້ແມ່ນສັນຍາມີຄຳຮຽກຮ້ອງຫຼັກການຕົ້ນກຳເນີດຈາກຜ້າແພ. ພວກເຮົາຕ້ອງມີການກະກຽມລະອຽດຈື່ງສາມາດນຳໃຊ້ໄດ້. ສຳລັບບັນດາສັນຍາ 2 ຝ່າຍ ແລະ ຫຼາຍຝ່າຍອື່ນໆອີກ ກໍ່ແມ່ນກາລະໂອກາດເພື່ອໃຫ້ບັນດາວິສາຫະກິດ, ພິເສດແມ່ນວິສາຫະກິດຂະໜາດກາງ ແລະ ນ້ອຍມີໂອກາດເປີດກ້ວາງໄປສູ່ຕະຫຼາດນີ້.”