ຂະແໜງທ່ອງທ່ຽວຫວຽດນາມປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ,ໂຄສະນາພາບພົດຫວຽດນາມອອກສູ່ໂລກ

ຂະແໜງທ່ອງທ່ຽວຫວຽດນາມປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ,ໂຄສະນາພາບພົດຫວຽດນາມອອກສູ່ໂລກ - ảnh 1
ພາບປະກອບ

(vovworld) –  ຕອນ​ເຊົ້າ​ວັນ​ທີ 9/7, ຢູ່​ຮ່າ​ໂນ​້ຍ, ກົມ​ໃຫຍ່​ທ່ອງ​ທ່ຽວ, ກະຊວງ​ວັດທະນະທຳ - ກິລາ ​ແລະ ທ່ອງ​ທ່ຽວ​ໄດ້​ຈັດ​ຕັ້ງ​ການສະ​ເຫຼີ​ມສະຫຼອງ 56 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ຂະ​ແໜງ​ທ່ອງ​ທ່ຽວ ຫວຽດນາມ (9/7/1960 – 9/7/2016). ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ຫງວຽນ​ວັນ​ຕ໋ວນ, ຫົວໜ້າ​ກົມໃຫຍ່​​ທ່ອງ​ທ່ຽວ ​ໃຫ້​ຮູ້​ວ່າ: ​ໃນ​ຊຸມ​ປີຜ່ານມາ, ຂະ​ແໜງ​ທ່ອງ​ທ່ຽວ ຫວຽດນາມ ມີ​ບັນດາ​ບາດ​ກ້າວ​ພັດທະນາ​ພໍ​ສົມຄວນ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ສ້າງ​ການ​ຫັນປ່ຽນ​ໂຄງ​ປະກອບ​ເສດຖະກິດ, ດຶງ​ດູດ​ການ​ລົງທຶນ, ສ້າງ​ວຽກ​ເຮັດ​ງານ​ທຳ, ລົບ​ລ້າງ​ຄວາມ​ອຶດຫິວ, ຫລຸດ​ຜ່ອນ​ຄວາມທຸກ​ຍາກ, ​ໂຄສະນາ​ພາບ​ພົດ​ຂອງ​ປະ​ເທດ​ຊາດ, ຊາວ ຫວຽດນາມ. ​ໃນ 6 ​ເດືອນ​ຕົ້ນ​ປີ 2016, ​ແຂກ​ສາກົນ​ມາ​ຍັງ ຫວຽດນາມ​ສືບ​ຕໍ່​ຮັກສາ​ທ່າ​ເຕີບ​ໂຕ, ບັນລຸ​ກ່ວາ 4,7 ລ້ານ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 21,3% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2015, ຍອດ​ລາຍ​ຮັບ​ຈາກ​ແຂກ​ທ່ອງ​ທ່ຽວ​ບັນລຸກ່ວາ 200.000 ​ຕື້​ດົ່ງ, ​ເພີ່ມ​ຂຶ້ນ 20% ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2015. ພິ​ເສດ, ຈຳນວນ​ແຂກ​ມາ​ຈາກ​ບັນດາ​ປະ​ເທດ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ເໜືອ ສືບ​ຕໍ່​ບັນລຸ​ລະດັບການ​ເຕີບ​ໂຕ​ສູງ. ຈຳນວນ​ແຂກ​​ໃນ​ພາກ​ພື້ນ ອາ​ຊຽນ ສືບ​ຕໍ່​ຮັກສາ​ລະດັບການ​ເຕີບ​ໂຕ​ກ່ວາ 2 ຕົວ​ເລກ​. ກ່ຽວ​ກັບ​ແຜນການ​ພັດທະນາ​ຂະ​ແໜງ​ທ່ອງ​ທ່ຽວ ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ ຫງວຽນ​ວັນ​ຕ໋ວນ, ​ໃຫ້​ຮູ້​ວ່າ:

        “ຂະ​ແໜງ​ທ່ອງ​ທ່ຽວ​ສຸມ​ໃສ່​ປຶກສາ​ຫາລື ​ແລະ ສະ​ເໜີ​ເນື້ອ​ໃນ​ປັບປຸງ​ກົດໝາຍ​ປັບປຸງ, ​ເພີ່ມ​ເຕີມ​ວ່າ​ດ້ວຍ​ການທ່ອງທ່ຽວ​ເພື່ອ​ມີ​ພື້ນຖານ​ດ້ານ​ນິຕິ​ກຳ​ຢ່າງ​ໜັກ​ແໜ້ນ, ຮັບປະກັນ​ການ​ພັດທະນາ​ການ​ທ່ອງ​ທ່ຽວແບບ​ຍືນ​ຍົງ​ຍາວ​ນານ​. ພ້ອມ​ກັນ​ນັ້ນ, ພວກ​ຂ້າພະ​ເຈົ້າ​ສືບ​ຕໍ່​ກະກຽມ​​ແຜນ​ຮ່າງ​ສະ​ເໜີ​ກັບ​ການ​ນຳ​ພັກ, ລັດຖະບານ​ຕົກລົງ​ປະກາດ​ໃຊ້​ບາງ​ນະ​ໂຍບາຍ​ເພື່ອ​ສ້າງ​ການ​ບຸກທະລຸ​ໃຫ້​ແກ່​ການ​ພັດທະນາ​ການ​ທ່ອງທ່ຽວ ຫວຽດນາມ ​ໄລຍະ​ໃໝ່. ພິ​ເສດ, ສຸມ​ໃສ່​ສົມທົບ​ກັບ​ບັນດາ​ຂະ​ແໜງ​ການ​ກ່ຽວຂ້ອງ​ ​ແລະ ບັນດາ​ທ້ອງ​ຖິ່ນ​ເພື່ອ​ກວດກາ​ຄຸນ​ນະພາ​ບການ​ບໍລິການ.”


ຂ່າວ/ບົດ​ອື່ນ