ຂະແໜງສຶກສາແລະບຳລຸງສ້າງຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

ຂະແໜງສຶກສາແລະບຳລຸງສ້າງຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1
ພາບປະກອບ

(vovworld) – ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຫາ​ກໍ່​ອະນຸມັດ​ຜ່ານ​ແຜນ​ຮ່າງ “ສື່ຂ່າວ, ​ໂຄສະນາ​ເຜີ​ຍ​ແຜ່​ກ່ຽວ​ກັບ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ​ ປ້ອງ​ກັນ, ຕ້ານ​ໄພ​ທຳ​ມະ​ຊາດ​ໃນ​ໂຮງຮຽນ​ໄລຍະ 2013 - 2020”. ຈຸດໝາຍ​ຂອງ​ແຜນ​ຮ່າງ​ແມ່ນ​ຮອດ​ປີ 2015, ມີ​ພະນັກງານ​ກະຊວງ, ຄູ​ອາຈານ 80% ​ໄດ້​ຮັບການຍົກ​ສູງ​ສະຕິ ​ແລະ ທັກ​ສະ​ສ່ືຂ່າວ, ໂຄສະນາ​ເຜີ​ຍ​ແຜ່​ກ່ຽວ​ກັບ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ​ ປ້ອງ​ກັນ, ຕ້ານ​ໄພ​ທຳ​ມະ​ຊາດ. ຮອດ​ປີ 2020, ນັກຮຽນ, ນັກ​ສຶກສາ 95% ​ໄດ້​ຮັບ​ການ​ໂຄສະນາ, ສຶກສາ​ຍົກ​ສູງ​ຄວາມ​ຮູ້​ກ່ຽວ​ກັບ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ​ ປ້ອງ​ກັນ, ຕ້ານ​ໄພ​ທຳ​ມະ​ຊາດ. ​ແຕ່​ນີ້​ຮອດ​ປີ 2020, ຂະ​ແໜງ​ສຶກສາ ​ແລະ ບຳລຸງ​ສ້າງ​ຈະ​ຫັນ​ຮູບ​ການ​ສື່ຂ່າວ, ​ໂຄສະນາ​ເຜີ​ຍ​ແຜ່​ກ່ຽວ​ກັບ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ​ ປ້ອງ​ກັນ, ຕ້ານ​ໄພ​ທຳ​ມະ​ຊາດ​ໃນ​ໂຮງຮຽນ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ.

ຂ່າວ/ບົດ​ອື່ນ