ຂະແໜງສິນໃນນ້ຳຫວຽດນາມວາງຄາດໝາຍສົ່ງອອກ 10 ຕື້ USD ໃນປີ 2019

(VOVWORLD) -ຂະແໜງສິນໃນນ້ຳຫວຽດນາມ ວາງຄາດໝາຍນຳວົງເງິນສົ່ງອອກໃຫ້ຂຶ້ນເຖິງ 10 ຕື້ USD ໃນປີ 2019, ປະຕິບັດສຳເລັດຄາດໝາຍເຊິ່ງໄດ້ວາງອອກຮອດປີ 2020 ກ່ອນກຳນົດເວລາ.
ຂະແໜງສິນໃນນ້ຳຫວຽດນາມວາງຄາດໝາຍສົ່ງອອກ 10 ຕື້ USD ໃນປີ 2019 - ảnh 1(ພາບປະກອບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມຜັນຂະຫຍາຍແຜນການສົ່ງອອກສິນໃນນ້ຳປີ 2019 ໂດຍສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳຫວຽດນາມ (Vasep) ເຊິ່ງດຳເນີນຢູ່ນະຄອນໂຮ່ຈິມິນ, ໃນຕອນບ່າຍວັນທີ 16 ກຸມພາ, ທ່ານ ໂງວັນອິ໊ກ, ປະທານ Vasep ໃຫ້ຮູ້ວ່າ: ປີ 2019, ຂະແໜງສິນໃນນ້ຳຫວຽດນາມ ຕັ້ງຄວາມຫວັງຈະມີກາລະໂອກາດຫຼາຍຢ່າງເພື່ອຍາດຄືນທ່າເຕີບໂຕ. ນອກຈາກນັ້ນ, ນັບແຕ່ຕົ້ນປີ 2019, ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ມີຜົນສັກສິດຢ່າງເປັນທາງການສຳລັບຫວຽດນາມ ແລະ ສິນຄ້າສົ່ງອອກຂອງຫວຽດນາມ ເກືອບທັງໝົດ, ໃນນັ້ນມີສິນໃນນ້ຳທີ່ສົ່ງໄປຍັງບັນດາປະເທດສະມາຊິກ CPTPP ຈະໄດ້ຍົກເວັ້ນພາສີທັງໝົດ.

        ເຖິງຢ່າງໃດກໍ່ຕາມ, ຕາມທ່ານ ເຈືອງດິ່ງແຮ່, ເລຂາທິການໃຫຍ່ Vasep  ແລ້ວ, ເພື່ອບັນລຸໄດ້ຄາດໝາຍສົ່ງອອກ 10 ຕື້ USD, ຂະແໜງສິນໃນນ້ຳຫວຽດນາມ ຕ້ອງສ້າງຍຸດທະສາດພັດທະນາໃນການລ້ຽງປູກສິນໃນນ້ຳໃຫ້ເໝາະສົມ, ຍົກສູງເຕັກນິກການປຸງແຕ່ງ ແລະ ຊຸກຍູ້ການສົ່ງອອກ, ເພີ່ມທະວີການສົ່ງອອກກຸ້ງໄປຍັງບັນດາຕະຫຼາດຕ້ອງການສິນຄ້າມີຄຸນນະພາບສູງຄື: ຍີ່ປຸ່ນ, ອີຢູ, ອົດສະຕາລີ.

ຕອບກັບ

ຂ່າວ/ບົດ​ອື່ນ