ຂະແໜງເດີນເຮືອຄວນປະຕິບັດບັນດາການວາງແຜນກຳນົດທ່າກ່ຳປັ່ນເປັນຢ່າງດີ

(VOVWORLD) - ກ່າວຄຳເຫັນທີ່ກອງປະຊຸມຜັນຂະຫຍາຍແຜນການໜ້າທີ່ປີ 2019 ຂອງກົມເດີນເຮືອ ຫວຽດນາມ ເຊິ່ງໄດ້ຈັດຕັ້ງໃນຕອນບ່າຍວັນທີ 02 ມັງກອນ ຢູ່ ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ຫວຽດນາມ ຫງວຽນວັນເທ໋ ຢືນຢັນວ່າ:
ຂະແໜງເດີນເຮືອຄວນປະຕິບັດບັນດາການວາງແຜນກຳນົດທ່າກ່ຳປັ່ນເປັນຢ່າງດີ - ảnh 1 ກອງປະຊຸມຜັນຂະຫຍາຍແຜນການໜ້າທີ່ປີ 2019 ຂອງກົມເດີນເຮືອ ຫວຽດນາມ (ພາບ:TTXVN)

ຂະແໜງເດີນເຮືອແມ່ນໜຶ່ງໃນບັນດາຂະແໜງພິເສດສຳຄັນໃນ 5 ຂົງເຂດຂອງຂະແໜງຄົມມະນາຄົມ, ຍ້ອນວ່າ ຫວຽດນາມ ແມ່ນປະເທດມີສິນຄ້ານຳເຂົ້າ-ສົ່ງອອກກວມເອົາອັດຕາປະລິມານສູງ. ສິນຄ້າສ່ວນຫລາຍລ້ວນແຕ່ຕ້ອງຜ່ານທ່າກ່ຳປັ່ນເພື່ອເຂົ້າຕະຫລາດພາຍໃນ. ສະນັ້ນ, ບັນດາໝາກຜົນທີ່ບັນລຸໄດ້ຂອງຂະແໜງເດີນເຮືອໃນໄລຍະຜ່ານມາ ໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງປະເທດຊາດ.

        ທ່ານລັດຖະມົນຕີ ຫງວຽນວັນເທ໋ ຖືວ່າ: ບັນລຸໄດ້ໝາກຜົນຄືດັ່ງກ່າວ ຍ້ອນຂະແໜງເດີນເຮືອໃນໄລຍະຜ່ານມາໄດ້ປະຕິບັດການປະຕິຮູບລະບຽບການດ້ານບໍລິຫານຢ່າງແຮງທີ່ສຸດ, ສຳພັດກັບການປະຕິວັດອຸດສາຫະກຳ 4.0 ພວມແຜ່ຂະຫຍາຍໂດຍໄວ. ທ່ານລັດຖະມົນຕີຮຽກຮ້ອງຂະແໜງເດີນເຮືອຕ້ອງຄົ້ນຄວ້າ, ປະຕິບັນນັບແຕ່ຂັ້ນຕອນວາງແຜນກຳນົດເປັນຢ່າງດີ; ບັນດາວິສາຫະກິດເດີນເຮືອຕ້ອງສ້າງຖານຂໍ້ມູນໃຫຍ່ຂອງຂະແໜງຢ່າງວ່ອງໄວ ເພື່ອໃຫ້ວິວັດການຕິດຕາມກວດກາ, ປະຕິບັດລະບຽບການບໍລິຫານຢູ່ທ່າກ່ຳປັ່ນໄດ້ຫັນເປັນອັດຕະໂນມັດຢ່າງສົມບູນ.

ຕອບກັບ

ຂ່າວ/ບົດ​ອື່ນ