ຂະແໜງໄຟຟ້າ ເພີ່ມທະວີການຄົ້ນຄ້ວາວິທະຍາສາດ, ນຳໃຊ້ເຕັກໂນໂລຢີທັນສະໄໝ
ພິທີມອບນາມມະຍົດວິລະຊົນແຮງງານໃຫ້ບໍລິສັດສົ່ງໄຟຟ້າເລກ 4
(ພາບ: VGP/Nguyên Linh)
(vovworld) - ວັນທີ 15/9, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຮ່ວາງຈູງຫາຍ ໄດ້ເຂົ້າຮ່ວມ ແລະ ມອບນາມມະຍົດວິລະຊົນແຮງງານໃຫ້ບໍລິສັດສົ່ງໄຟຟ້າເລກ 4 ເນື່ອງໃນໂອກາດສະເຫຼີມສະຫຼອງ 37 ປີແຫ່ງວັນສ້າງຕັ້ງ ບໍລິສັດ (15/9/1976 – 15/9/2013). ໃນຕະຫຼອດ 37 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ, ພ້ອມກັບຂະແໜງໄຟຟ້າທົ່ວປະເທດ, ບໍລິສັດສົ່ງໄຟຟ້າເລກ 4 ນັບມື້ນັບສາມາດຕອບສະໜອງຄວາມຕ້ອງການໄຟຟ້າຂອງປະຊາຊົນ, ພິເສດແມ່ນເຂດເສດຖະກິດຈຸດສຸມພາກໃຕ້, ປ່ຽນໃໝ່ຢ່າງບໍ່ຢຸດຢັ້ງ, ມີຫົວຄິດປະດິດສ້າງຫຼາຍຢ່າງກ່ຽວກັບດ້ານເຕັກນິກເພື່ອຫລຸດລາຄາ, ປະຢັດລາຍຈ່າຍ. ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ຮຽກຮ້ອງໃຫ້ການນຳ ແລະ ລັດຖະກອນບໍລິສັດສົ່ງໄຟຟ້າເລກ 4 ໃນໄລຍະຈະມາເຖິງຄວນສຸ້ຊົນມານະພະຍາຍາມຫຼາຍກ່ວາອີກເພື່ອສົມກັບເປັນນາມມະຍົດວິລະຊົນແຮງງານ, ຄວນເພີ່ມທະວີວຽກງານບຳລຸງສ້າງຊັບພະຍາກອນມະນຸດ, ຄົ້ນຄ້ວາວິທະຍາສາດ, ນຳໃຊ້ເຕັກໂນໂລຢີທັນສະໄໝ, ເພີ່ມທະວີວຽກງານຄຸ້ມຄອງ, ພິເສດແມ່ນຄຸ້ມຄອງເຕັກນິກ, ສ້ອມແປງ, ກວດເຊັກ, ຕິດຕາມກວດກາການເຄື່ອນໄຫວ, ປົກປ້ອງຄວາມປອດໄພໃຫ້ຕາໜ່າງໄຟຟ້າໃນທົ່ວປະເທດ.