ຄັງເງິນແຫ່ງລັດ ຫວຽດນາມ: ມອບ 3 ຕື້ດົງໃຫ້ບັນດາກຳລັງ ປະຕິບັດໜ້າທີ່ບົນທະເລ

ຄັງເງິນແຫ່ງລັດ ຫວຽດນາມ: ມອບ 3 ຕື້ດົງໃຫ້ບັນດາກຳລັງ ປະຕິບັດໜ້າທີ່ບົນທະເລ - ảnh 1
(ຄັງເງິນ​ແຫ່ງ​ລັດ​ຫວຽດນາມ: ມອບ 3 ຕື້​ດົງ​ໃຫ້​ບັນດາ​ກຳລັງ​ປະຕິບັດໜ້າ​ທີ່ບົນ​ທະ​ເລ)

(vovworld) –  ຕອນ​ເຊົ້າ​ວັນ​ທີ 27/05, ຜູ້ຕາງໜ້າ​ການ​ນຳ​​ຄັງ​ເງິນ​ແຫ່ງ​ລັດ ​ໄດ້​ໄປ​ຢ້ຽມຢາມ ​ແລະ ມອບ​ຈຳ​ນວນ​ເງິນ 3 ຕື້​ດົງ​ໃຫ້​ຕຳຫຼວດ​ທະ​ເລ​ເຂດ 2, ກອງ​ບັນຊາ​ການ​ຕຳຫຼວດທະ​ເລ ທີ່​ຕັ້ງ​ທັບ​ຢູ່​ຕາ​​ແສງ ຕາມ​ກວາງ, ​ເມືອງ ນຸ໋ຍ​ແທ່ງ, ​ແຂວງ​ກວາງ​ນາມ. ພ້ອມ​ກັບ​ປະຊາຊົນ​ໃນ​ທົ່ວ​ປະ​ເທດ, ຄັງ​ເງິນ​ແຫ່ງ​ລັດ​ຫວຽດນາມ ​ໄດ້​ປຸກລະດົມ​ຂະ​ບວນການ “ຮ່ວມ​ແຮງ​ຮ່ວມ​ໃຈ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລ, ໝູ່​ເກາະ”, ມີ​ພະນັກງານ​, ພາລະ​ກອນ​ໃນ​ຂະ​ແໜງກວ່າ 15.000 ຄົນ ​ໄດ້​​ເຂົ້າ​ຮ່ວມ​ການ​ສະໜັບສະໜູນດ້ວຍ​ຈຳນວນ​ເງິນ​ປະມານ 3 ຕຶ້ດົງ. ພັນ​ເອກ ຫງວຽນ​​ກວາງຈູງ, ​ຜູ້​ບັນຊາ​ການ​ຕຳຫຼວດ​ທະ​ເລ​ເຂດ 2, ກອງ​ບັນຊາ​ການ​ຕຳຫຼວດທະ​ເລ ​ໃຫ້​ຮູ້​ວ່າ.

        “ປະຊາຊົນ​ທົ່ວ​ປະ​ເທດ ​ແລະ ບັນດາ​ລະບົບ​ອົງການ​ຈັດ​ຕັ້ງ​ການ​ເມືອງ​ຂອງ​ທົ່ວ​ປະ​ເທດ ຍາມ​ໃດ​ກໍ່​ມຸ່ງ​ໄປ​ສູ່​ທະ​ເລ​ຕາ​ເວັນ​ອອກ, ພິ​ເສດ​ແມ່ນ​ນ້ຳ​ໃຈ​ຂອງ​ພະນັກງານ, ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ​ທີ່​ສະຫງວນ​ໃຫ້​ບັນດາ​ກຳລັງ​ພວມ​ປະຕິບັດ​ໜ້າ​ທີ່ໂດຍ​ກົງ​ບົນ​ທະ​ເລ. ພວກ​ຂ້າພະ​ເຈົ້າ ຂໍສະ​ແດງ​ຄວາມ​ຂໍຂອບ​ໃຈ​ຕໍ່​ພັກ, ລັດ ​ແລະ ບັນດາ​ອົງການ​ການ​ເມືອງ, ປະຊາຊົນ​​ໃນ​ທົ່ວ​ປະ​ເທດ ​ຍາມ​ໃດ​ກໍ່ຮຽງ​ບ່າ​ຮຽນ​ໄຫຼ່ ​ເພື່ອ​ໃຫ້​ກຳລັງ​ຕຳ​ຫຼວດທະ​ເລ​ສືບ​ຕໍ່​ຮັກສາ ​ແລະ ປະຕິບັດ​ໜ້າ​ທີ່​ເປັນ​ຢ່າງ​ດີ”.

ຂ່າວ/ບົດ​ອື່ນ