ຄັດຄ້ານກະຊວງການຄ້າ ອາເມລິກາ ກ່ຽວກັບພາສີຕ້ານການຊ່ວຍໜູນລາຄາສຳລັບ ກຸ້ງ ຫວຽດນາມ

ຄັດຄ້ານກະຊວງການຄ້າ ອາເມລິກາ ກ່ຽວກັບພາສີຕ້ານການຊ່ວຍໜູນລາຄາສຳລັບ ກຸ້ງ ຫວຽດນາມ - ảnh 1
ພາບປະກອບ

(vovworld) - ກະຊວງ​ການ​ຄ້າ ອາ​ເມ​ລິ​ກາ (DOC) ຫາ​ກໍ່​ປະກາດ​ຄຳ​ຕັດສິນ​​ໃນ​ເບື້ອງ​ຕົ້ນ​ກ່ຽວ​ກັບ​ອັດ​ຕາ​ພາສີ​ຕ້ານ​ຊ່ວຍ​ໜູນ​ລາຄາ​ສຳລັບ​ຜະລິດ​ຕະພັນ​ກຸ້ງ, ກຸ້ງ​ແຊ​ເຢັນ​ທີ່ນຳ​ເຂົ້າ​ຈາກ 7 ປະ​ເທດ ​ໃນ​​ໂລກ, ​ໃນ​ນັ້ນ​ມີ ຫວຽດນາມ. ຕາມ​ຄຳ​ຕັດສິນ​ໃນ​ເບື້ອງ​ຕົ້ນ​ນີ້, ຜະລິດ​ຕະພັນ​ຂອງ​ບໍລິສັດ ມິນ​ກີ໋ ຖືກ​ຈັດ​ວາງ​ອັດຕາ​ພາສີ 5,08%, ບໍລິສັດ ຍາ​ຈາງ Seafood ຖືກ​ຈັດ​ວາງ​ອັດຕາ​ພາສີ 7,05%.​.​​. ປະຕິກິລິຍາ​ຕໍ່​ຄຳ​ຕັດສິນ​ດັ່ງກ່າວ, ທ່ານ ​ເຈືອງ​ດິ່ງ​​ແຮ​ວ, ​ເລຂາທິການ​ໃຫຍ່​ສະຫະ​ສະ​ມາ​ຄົມຜະລິດ​ປຸງ​ແຕງ ​ແລະ ສົ່ງ​ອອກ​ສິນ​ໃນ​ນ້ຳ ຫວຽດນາມ (Vasep) ຖື​ວ່າ: ອັດຕາພາສີ​ຕ້ານ​ການ​ຊ່ວຍ​ໜູນ​ລາຄາ​ສຳລັບຜະລິດ​ຕະພັນ​ກຸ້ງ ​ເຊິ່ງ DOC ຫາ​ກໍ່​ປະກາດ​ແມ່ນ​​ໄຮ້​ເຫດຜົນ​. ປະຈຸ​ບັນ, DOC ພຽ​ງ​ແຕ່​ອີງ​ໃສ່​ບັນດາ​ຂໍ້​ມູນ​, ຂໍ້ຕົກລົງ​ຂອງ​ຫວຽດນາມ ​ໃນ​ການ​ຊ່ວຍ​ໜູນ​ພັດທະນາ​ຂະ​ແໜງສິນ​ໃນ​ນ້ຳ​​ເທົ່າ​ນັ້ນ​ຫາກບໍ່​ແມ່ນ ມູນ​ຫຼັກ​ຖານ​ພື້ນຖານ​ຕົວ​ຈິງ​.​ ຕາມ​ທ່ານ ​​ເຈືອງ​ດິ່ງ​​ແຮ​ວ ​ແລ້ວ, ບັນດາ​ວິ​ສາ​ຫະກິດຜະລິດປຸງ​ແຕ່ງ​ສົ່ງອອກສິນ​ໃນ​ນ້ຳ ຫວຽດນາມ ຈະ​ສືບ​ຕໍ່ຄັດຄ້ານຄຳ​ຕັດສິນ​ດັ່ງກ່າວ, ​ເພື່ອ​ໃຫ້ ​DOC ຍົກ​ອອກ​ຫຼັກ​ຄິດ​ໄລ່​ອັດຕາ​ພາສີ​ທີ່ເໝາະ​ສົມ​ໃຫ້​ແກ່ວິ​ສາ​ຫະກິດ ຫວຽດນາມ.

ຂ່າວ/ບົດ​ອື່ນ