ຄຸນຄ່າຢ່າງໝັ້ນຄົງຂອງບົດປະພັນ “ເສັ້ນທາງປະຕິວັດ”ຂອງປະທານໂຮ່ຈິມິນ

(VOVWORLD) -ວັນທີ 30 ສິງຫາ, ຄະນະໂຄສະນາສຶກສາ ຄະນະພັກນະຄອນໂຮ່ຈິມິນ ໄດ້ສົມທົບກັບສະຖາບັນພະນັກງານນະຄອນ ຈັດຕັ້ງກອງປະຊຸມສຳມະນາວິທະຍາສາດກ່ຽວກັບຄຸນຄ່າຢ່າງໝັ້ນຄົງຂອງບົດປະພັນ “ເສັ້ນທາງປະຕິວັດ”
ຄຸນຄ່າຢ່າງໝັ້ນຄົງຂອງບົດປະພັນ “ເສັ້ນທາງປະຕິວັດ”ຂອງປະທານໂຮ່ຈິມິນ - ảnh 1ກອງປະຊຸມສຳມະນາວິທະຍາສາດກ່ຽວກັບຄຸນຄ່າຢ່າງໝັ້ນຄົງຂອງບົດປະພັນ “ເສັ້ນທາງປະຕິວັດ” 

ບັນດາບົດປະກອບຄຳເຫັນໄດ້ຢືນຢັນ ບັນດາຄຸນຄ່າທາງດ້ານທິດສະດີ ແລະ ພຶດຕິກຳຕົວຈິງຂອງບົດປະພັນ “ເສັ້ນທາງປະຕິວັດ” ທີ່ມີຕໍ່ພາລະກິດການປະວັດຫວຽດນາມ ແລະ ວຽກງານກໍ່ສ້າງປັບປຸງພັກໃນປະຈຸບັນ. ທ່ານ ຫງວຽນກາວເລີມ ອາຈານສອນຢູ່ພະແນກກໍ່ສ້າງພັກ ແລະ ແນວຄິດໂຮ່ຈິມິນ, ສະຖາບັນພະນັກງານນະຄອນໂຮ່ຈິມິນ ຖືວ່າ : 

   “ ມາຮອດປະຈຸບັນ, ບົດປະພັນ “ເສັ້ນທາງປະຕິວັດ”ຍັງແມ່ນເອກະສານແຫ່ງຄວາມຮູ້ທາງດ້ານທິດສະດີ. ຄຸນຄ່າຂອງບົດປະພັນ “ເສັ້ນທາງປະຕິວັດ” ບໍ່ພຽງແຕ່ສະແດງໃຫ້ເຫັນທິດທາງການນຳພາຂອງພັກກອມມູນິດຫວຽດນາມ ໃນໄລຍະປະຫວັດສາດນັ້ນ ເທົ່ານັ້ນ, ຫາກຍັງສະແດງອອກຜ່ານກິດຈະການສ້າງສາປະເທດໃນປະຈຸບັນອີກດ້ວຍ, ພວກເຮົາຍັງສາມາດໝູນໃຊ້ເປັນບົດຮຽນໃຫ້ແກ່ກິດຈະການນຳພາສາງສາປະເທດຊາດ ”

ຕອບກັບ

ຂ່າວ/ບົດ​ອື່ນ