ຄື້ນຟອງຍັກຊຸນາມິຢູ່ ອິນໂດເນເຊຍ: ຈຳນວນຜູ້ເສຍຊີວິດ ແລະ ຮັບບາດເຈັບຂຶ້ນເຖິງ 600 ຄົນ

(VOVWORLD) - ວົງການເຈົ້າໜ້າທີ່ປະເທດນີ້ໄດ້ອັບເດັດຂໍ້ມູນຂ່າວສານກ່ຽວກັບຜົນສະທ້ອນຈາກຄື້ນຟອງຍັກຊຸນາມິຕໍ່ເຂດ Pandeglang, Serang ແລະ South Lampung
ຄື້ນຟອງຍັກຊຸນາມິຢູ່ ອິນໂດເນເຊຍ: ຈຳນວນຜູ້ເສຍຊີວິດ ແລະ ຮັບບາດເຈັບຂຶ້ນເຖິງ 600 ຄົນ - ảnh 1 ພາບປະກອບ

ອົງການຫລຸດຜ່ອນໄພພິບັດທຳມະຊາດ ອິນໂດເນເຊຍ ໃຫ້ຮູ້ວ່າ: ຈຳນວນຜູ້ຖືກເສຍຊີວິດໃນເຫດຄື້ນຟອງຍັກຊຸນາມິເກີດຂຶ້ນໃນຕອນຄ່ຳວັນທີ 22 ທັນວາ ຢູ່ເຂດອ້ອມແອ້ມຊ່ອງແຄບທະເລ Sunda, ປະເທດ ອິນໂດເນເຊຍ ໄດ້ຂຶ້ນເຖິງ 43 ຄົນແລ້ວ ແລະ ປະມານ 584 ຄົນຖືກຮັບບາດເຈັບ. ເມື່ອຕອບຄຳຖາມຂອງນັກຂ່າວ, ທ່ານ Sutopo Purwo Nugroho, ໂຄສົກຂອງອົງການນີ້ ໃຫ້ຮູ້ວ່າ: ວົງການເຈົ້າໜ້າທີ່ປະເທດນີ້ໄດ້ອັບເດັດຂໍ້ມູນຂ່າວສານກ່ຽວກັບຜົນສະທ້ອນຈາກຄື້ນຟອງຍັກຊຸນາມິຕໍ່ເຂດ Pandeglang, Serang ແລະ South Lampung. ທ່ານກໍ່ໃຫ້ຮູ້ຕື່ມອີກວ່າ ເຮືອນຊານນັບຮ້ອຍໆຫຼັງຖືກທຳລາຍ, ໃນນັ້ນຈຳນວນຜູ້ຖືກຫາຍສາບສູນແມ່ນ 2 ຄົນ. ທ່ານ Nugroho ກໍ່ຊີ້ແຈ້ງວ່າສາຍເຫດພາໄປເຖິງການເກີດຄື້ນຟອງຍັກຊຸນາມິຄັ້ງນີ້ແມ່ນຍ້ອນດິນຢູ່ໃຕ້ທະເລເຊາະເຈື່ອນຊຶ່ງເລີ່ມມາຈາກການເຄື່ອນໄຫວຂອງພູເຂົາໄຟ Anak Krakatoa ແລະ ບວກກັບສະພາບນ້ຳທະເລຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ