ຄົບ​ຮອບ 1 ປີ​ແຫ່ງວັນ​ໂລກ​ລະ​ບາດ​ໂຄວິດ - 19 ເກີດ​ຂຶ້ນ ໃນ​ໂລກ

(VOVWORLD) -ວັນທີ 23 ມັງກອນ 2021 ແມ່ນ ຄົບຮອບ 1 ປີແຫ່ງວັນ ນະຄອນອຸຫັ້ນ ປິດເມືອງຍ້ອນໂລກລະບາດໂຄວິດ - 19.

ໂລກລະບາດໂຄວິດ - 19 ໄດ້ກວດພົບຜູ້ຕິດເຊື້ອທຳອິດ ຢູ່ນະຄອນ ອຸຫັ້ນ, ເມືອງເອກຂອງແຂວງ ຮູ້ເປີຍ, ປະເທດຈີນ. ມີໂຮງໝໍແຫ່ງໜຶ່ງຢູ່ອຸຫັ້ນ ໄດ້ປະກາດໃຫ້ສູນຄວນຄຸມ ແລະ ປ້ອງກັນ, ສະກັດກັ້ນພະຍາດຕິດແປດ ທ້ອງຖິ່ນ (CDC) ໃນວັນທີ 27 ທັນວາ 2019.

ການລະບາດຂອງໂລກລະບາດໂຄວິດ - 19 ໄດ້ດຶງດູດຄວາມສົນໃຈໃນທົ່ວປະເທດຈີນ ລວມມີ ຄະນະກຳມະການການແພດແຫ່ງຊາດ (NHC) ຢູ່ປັກກິ່ງ, ໂດຍເປັນອົງການສົ່ງບັນດານັກຊ່ຽວຊານໄປຍັງ ອຸຫັ້ນ ເພື່ອຊອກຮູ້ກ່ຽວກັບໂລກລະບາດນີ້. ວັນທີ 8 ມັງກອນ, ເຊື້ອໄວຣັດ coronavirus ສານພັນໃໝ່ ໄດ້ກຳນົດ ແມ່ນສາຍເຫດກໍ່ໃຫ້ເກີດພະຍາດອັກເສບປອດ.

ມອບຮອດປັດຈຸບັນ, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ເກືອບ 99 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ກ່ວາ 2,1 ລ້ານຄົນ. ປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດແມ່ນ ອາເມລິກາ ດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 25.390.000 ຄົນ ໃນນັ້ນມີຜູ້ເສຍຊີວິດກ່ວາ 424.000 ຄົນ. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

ຕອບກັບ

ຂ່າວ/ບົດ​ອື່ນ