(ພາບ: baonghean.vn)
(vovworld)- ທ່ານຜູ້ຟັງທີ່ເຄົາລົບ! ໃນຊຸມມື້ຜ່ານມາ, ໃນເຄືອຂ່າຍອິນເຕີແນັດ, ບັນດາກຸ່ມຄົນທີ່ບໍ່ດີທັງຢູ່ພາຍໃນ ແລະ ຕ່າງປະເທດໄດ້ໃຫ້ຂ່າວທີ່ບໍ່ມີມຸນຄວາມຈິງ ກ່ຽວກັບເລື່ອງອຳນາດການປົກຄອງຕາແສງງີເຟືອງ, ເມືອງງີລົກ ແຂວງເງະອານ ມີການກະທຳປາບປາມສາສະໜາ. ຄວາມຈິງ ແລະ ທາດແທ້ຂອງເຫດການເກີດຂຶ້ນແຕ່ເດືອນ 5/2013, ເມື່ອຊາວຄຼິດໄດ້ໃຊ້ໄມ້ຄ້ອນຕີພະນັກງານຕຳຫຼວດເມືອງງີລົກ 3 ຄົນໃນຂະນະທີ່ເຂົາເຈົ້າພ້ອມກັບຄະນະປະຕິບັດງານຂອງກະຊວງຕຳຫຼວດລົງໄປກຳສະພາບການຢູ່ທ້ອງຖິ່ນ. ຊ້ຳບໍ່ໜຳ, ຊາວຄິຼດເຫຼົ່ານັ້ນຍັງມ້າງທຳລາຍເຮືອນຂອງທ້າວເດົ້າວັນເຊີນ ຍ້ອນສົງໃສວ່າທ້າວເຊີນ ໃຫ້ພະນັກງານຕຳຫຼວດເຂົ້າຢາມເຮືອນ. ພາຍຫຼັງດຳເນີນການສືບສວນ, ຕຳຫຼວດແຂວງເງະອານ ໄດ້ອອກຄຳສັ່ງເປີດການສືບສວນສອບສວນ ແລະ ກັກຕົວຊົ່ວຄາວສຳລັບ 2 ເປົ້າໝາຍຄື: ໂງວັນເຂີຍ ແລະ ຫງວຽນວັນຫາຍ, ຢູ່ ຕາແສງງີເຟືອງ, ເມືອງງີລົກ ແຂວງເງະອານ ຕາມລະບຽບກົດໝາຍ. ພາຍຫຼັງຖືກຈັບຕົວ, 2 ເປົ້າໝາຍດັ່ງກ່າວໄດ້ຍອມຮັບຕໍ່ບັນດາການກະທຳຜິດລະເມີດກົດໝາຍຂອງຕົນ.
ພາຍຫຼັງເຫດການດັ່ງກ່າວ, ການນຳແຂວງເງະອານ ແລະ ບັນດາອົງການມີໜ້າທີ່ຮັບຜິດຊອບລົງເຮັດວຽກໂດຍກົງເປັນຫຼາຍເທື່ອ ແລະ ແຈ້ງໃຫ້ຜູ້ຮັບຜິດຊອບເຂດຊາວຄຼິດທ້ອງຖິ່ນຊາບກ່ຽວກັບເລືື່ອງຈັບຕົວ 2 ເປົ້າໝາຍ ໂງວັນເຂີຍ ແລະ ຫງວຽນວັນຫາຍ, ສະເໜີໃຫ້ສຳນັກສັງຄະລາດສົມທົບກັບອຳນາດການປົກຄອງທ້ອງຖິ່ນເພື່ອໃຫ້ອົງການສືບສວນດຳເນີນຄະດີຢ່າງຖືກຕ້ອງຕາມລະບຽບກົດໝາຍ. ພ້ອມກັນນັ້ນກໍ່ໄດ້ອະທິບາຍໃຫ້ ປຊຊ ເຂົ້າໃຈແຈ້ງຕໍ່ທາດແທ້ເນື້ອໃນເຫດການ ຍ້ອນວ່າ 2 ເປົ້າໝາຍດັ່ງກ່າວກໍ່ຍອມຮັບການກະທຳລະເມີດກົດໝາຍຂອງຕົນແລ້ວ.
ແຕ່ເຖິງແນວນັ້ນກໍ່ຕາມ, ໃນວັນທີ 4/9/2013, ໃນຂະນະທີ່ອຳນາດການປົກຄອງຕາແສງງີເຊີນ ກຳລັງຈັດການປະຊຸມ, ມີຊາວຄຼິດປະມານ 30 ຄົນ, ສ່ວນຫຼາຍແມ່ນແມ່ຍິງມືຖືມິດ, ໄມ້ຄ້ອນພາກັນບຸກເຂົ້າສຳນັກງານຄະນະກຳມະການ ປຊຊ ຕາແສງ ທວງໃຫ້ປ່ອຍຕົວຜູ້ຕ້ອງຫາ 2 ຄົນຄື: ໂງວັນເຂີຍ ແລະ ຫງວຽນວັນຫາຍ. ຮອດ 15 ໂມງ 30 ນາທີຂອງວັນດຽວກັນ, ໂບດຈ້າຍກາວ ໄດ້ຕີລະຄັງເຕືອນໄພ ແລະ ຊາວຄິຼດນັບຮ້ອຍຄົນໄດ້ພາກັນບຸກເຂົ້າສຳນັກງານຄະນະກຳມະການ ປຊຊ ຕາແສງງີເຟືອງ. ຫຼັງຈາກນັ້ນ, ເປົ້າໝາຍຫົວຮຸນແຮງຈຳນວນໜຶ່ງໄດ້ໃຊ້ດິນຈີ່, ຫີນ ເພື່ອບຸກໂຈມຕີກຳລັງມີໜ້າທີ່ຮັບຜິດຊອບພວມປະຕິບັນໜ້າທີ່ຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍ ອັນໄດ້ເຮັດໃຫ້ຕຳຫຼວດຈຳນວນໜຶ່ງ ແລະ ຊາວຄຼິດ 14 ຄົນຖືກບາດເຈັບສາຫັດ.
ເຖິງວ່າ, ອຳນາດການປົກຄອງແຂວງເງະອານ ໄດ້ເປັນເຈົ້າການປະຕິບັດບັນດາມາດຕະການເພື່ອແກ້ໄຂເຫດການຢ່າງຖືກຕ້ອງຕາມກົດໝາຍຂອງລັດກໍ່ຕາມ, ແຕ່ການການກະທຳກໍ່ຄວາມວຸ້ນວາຍຂອງຊາວຄຼິດໃນເຂດຊາວຄຼິດໝີ້ອຽນ ໃນໄລຍະຜ່ານມາ, ໂດຍສະເພາະແມ່ນໃນວັນທີ 3-4/9 ແມ່ນເຫດການລະເມີດກົດໝາຍຢ່າງຮ້າຍແຮງ. ເປັນທີ່ຈະແຈ້ງແລ້ວວ່າ, ຄວາມຈິງນີ້ໄດ້ປະຕິເສດບັນດາຂ່າວຄາວທັງໝົດໃນເຄືອຂ່າຍອິນເຕີແນັດ ຊື່ງບັນດາກຸ່ມຄົນທີ່ບໍ່ດີຢູ່ທັງພາຍໃນ ແລະ ຕ່າງປະເທດໄດ້ ແລະ ພວມຕັ້ງໃຈເສັກສັນປັ້ນແຕ່ງ, ຍຸຍົງສົ່ງເສີມ, ກໍ່ຄວາມແບ່ງແຍກກຸ່ມກອ້ນມະຫາສາມັກຄີທົ່ວປວງຊົນທັງຊາດ.