ການແຫ່ຂະບວນປະທ້ວງຢູ່ເກຼກຄັດຄ້ານນະໂຍບາຍຮັດເຂັມຄັດ
(ພາບ:baotintuc.vn)
(VOV)- ໃນຂະນະທີ່ເກຼກພວມຕົກເຂົ້າສູ່ສະພາບທີ່ບໍ່ສາມາດຊຳລະໜີ້ສາທາລະນະໄດ້ນັ້ນ, ປະຈຸບັນ, ບັນດາຜູ້ນຳກອງທຶນເງິນຕາສາກົນ (IMF) ແລະ ພາກພື້ນໃຊ້ສະກຸນເງິນເອີໂຣ ຍັງມີຄວາມບໍ່ລົງລອຍກັນກ່ຽວກັບຈຸດໝາຍຕົ້ນຕໍໃນລາຍການກູ້ຊ່ວຍປະເທດນີ້, ການສົມທົບລະຫວ່າງສະຫະພາບເອີລົບ (EU) ແລະ ກອງທຶນເງິນຕາສາກົນ (IMF). ກ່າວຄຳເຫັນທີ່ການປະຊຸມຂ່າວພາຍຫຼັງກອງປະຊຸມລັດຖະມົນຕີການເງິນພາກພື້ນໃຊ້ສະກຸນເງິນເອີໂຣ ດຳເນີນໃນຕອນຄ່ຳວັນທີ 12/11, ຜູ້ນຳໜ້າກຸ່ມບັນດາລັດຖະມົນຕີການເງິນພາກພື້ນ, ທ່ານ Jean Claude Juncker ຖືວ່າ ຕ້ອງຕໍ່ກຳນົດເວລາຕື່ມອີກ 2 ປີເພື່ອໃຫ້ເກຼກຕ້ອງຕອບສະໜອງຈຸດໝາຍຫລຸດໜີ້ສາທາລະນະຂອງປະເທດນີ້ລົງລະດັບເທົ່າກັບ 120% ຍອດຜະລິດຕະພັນພາຍໃນ (GDP). ແລະ ກໍ່ໃນການປະຊຸມຂ່າວງດັ່ງກ່າວ, ທ່ານນາງ Christine Lagarde ຜູ້ອຳນວຍການໃຫ່ຍກອງທຶນເງິນຕາສາກົນ (IMF) ປະກາດວ່າອານແທນຍັງຕ້ອງຕອບສະໜອງຈຸດໝາຍຫລຸດຜ່ອນໜີ້ສາທາລະນະໃນປີ 2020 ແລະ ເນັ້ນໜັກວ່າ: ສິ່ງມີຄວາມໝາຍສຳລັບກອງທຶນເງິນຕາສາກົນ (IMF) ແມ່ນໜີ້ສາທາລະນະຂອງເກຼກ ຕ້ອງໄດ້ຮັບການຄວບຄຸມໃນລະດັບເໝາະສົມກັບສະພາບການໃນໄລຍະຍາວນນານ. ແຕ່ເຖິງຢ່າງໃດກໍ່ຕາມ, ບັນດາຝ່າຍທີ່ກ່ຽວຂ້ອງຈະສືບຕໍ່ເຮັດວຽກເພື່ອແກ້ໄຂບັນດາຄວາມບໍ່ລົງລອຍກັນນີ້.