(VOVWORLD) -"ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ສົ່ງເສີມບັນດາວິສາຫະກິດ ທີ່ເຄື່ອນໄຫວໃນຂົງເຂດຄວາມປອດໄພ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ ຕ້ອງມີບັນດາວິທີສຳຜັດໃໝ່ ນັບທັງເຕັກໂນໂລຢີ, ຜະລິດຕະພັນ ແລະ marketing, ເພື່ອຍູ້ໄວການເຜີຍແຜ່ຄວາມຮູ້ກ່ຽວກັບຜະລິດຕະພັນ, ການບໍລິການຄວາມປອດໄພ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດໃຫ້ແກ່ທຸກຄົນ ແລະ ທຸກອົງການຈັດຕັ້ງ."
ທ່ານ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຫງວຽນແມ້ງຫຸ່ງ (ພາບ: VGP) |
ກ່າວຄຳເຫັນທີ່ກອງປະຊຸມສຳມະນາ - ງານວາງສະແດງສາກົນ ວັນປອດໄພດ້ານຂໍ້ມູນຂ່າວສານ ຫວຽດນາມ ປີ 2020” ດ້ວຍຫົວຂໍ້ “ຄວາມປອດໄພ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ Make in Viet Nam - ປັດໄຈແກ່ນສານໃນການຫັນເປັນດີຈີຕອນລະດັບຊາດ, ຖືກດຳເນີນໃນຕອນເຊົ້າວັນທີ 2 ທັນວາ ຢູ່ຮ່າໂນ້ຍ, ທ່ານ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຫງວຽນແມ້ງຫຸ່ງ ເນັ້ນໜັກວ່າ:
“ຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ ກໍຕ້ອງບັນລຸຢ່າງທົ່ວເຖິງ. ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ສົ່ງເສີມບັນດາວິສາຫະກິດ ທີ່ເຄື່ອນໄຫວໃນຂົງເຂດຄວາມປອດໄພ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ ຕ້ອງມີບັນດາວິທີສຳຜັດໃໝ່ ນັບທັງເຕັກໂນໂລຢີ, ຜະລິດຕະພັນ ແລະ marketing, ເພື່ອຍູ້ໄວການເຜີຍແຜ່ຄວາມຮູ້ກ່ຽວກັບຜະລິດຕະພັນ, ການບໍລິການຄວາມປອດໄພ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດໃຫ້ແກ່ທຸກຄົນ ແລະ ທຸກອົງການຈັດຕັ້ງ”.
ໄລ່ຮອດຕົ້ນປີ 2021, ຫວຽດນາມ ອາດຈະແມ່ນໜຶ່ງໃນຈຳໜ້ອຍປະເທດໃນໂລກທີ່ສາມາດເປັນເຈົ້າຂອງ 100% ລະບົບສິ່ງແວດລ້ອມບັນດາຜະລິດຕະພັນທີ່ປອດໄພ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ.