(vovworld) – ງານບຸນໜັງສືພິມລະດູບານໃໝ່ຮ່າໂນ້ຍປີມະເມຍ 2014 ຖືກໄຂຂຶ້ນໃນຕອນເຊົ້າວັນທີ 20/1, ຢູ່ຫໍວັດທະນະທຳມິດຕະພາບ ຮ່າໂນ້ຍ, ງານບຸນໜັງສືພິມລະດູບານໃໝ່ປີມະເມຍ 2014 ໂດຍສະມາຄົມນັກຂ່າວນະຄອນ ຮ່າໂນ້ຍ ຈັດຕັ້ງດ້ວຍຮ້ານວາງສະແດງ 28 ຮ້ານຂອງບັນດາອົງການສື່ມວນຊົນຂັ້ນສູນກາງ, ສື່ມວນຊົນນະຄອນຫຼວງ ແລະ ສື່ມວນຊົນຂອງຂະແໜງການຕ່າງໆ. ບໍ່ພຽງແຕ່ດຶງດູດຜູ້ອ່ານດ້ວຍການຈັດພິມທີ່ງາມຕາ, ມີຊີວິດຊີວາເທົ່ານັ້ນ ຫາກຍັງເຮັດໃຫ້ຜູ້ອ່ານເຫັນໄດ້ບັນດາຈຸດໃໝ່ໃນການສະແດງເນື້ອໃນ. ທ່ານ ຫງວຽນລຽນຮ່ວາງ, ຮອງປະທານຜູ້ປະຈຳການສະມາຄົມນັກຂ່າວ ຮ່າໂນ້ຍ, ໃຫ້ຮູ້ວ່າ:
ງານບຸນໜັງສືພິມລະດູບານໃໝ່ປີນີ້ມີຫຼາຍຈຸດພິເສດ. ໃນນັ້ນ, ມີເນື້ອໃນສຳຄັນແມ່ນພວກຂ້າພະເຈົ້າໄດ້ຈັດຕັ້ງການປຸກລະດົມການເສັງກ່ຽວກັບການສະເຫຼີມສະຫຼອງ 60 ປີແຫ່ງວັນປົດປ່ອຍ ດ້ຽນບຽນຝູ ແລະ 60 ປີແຫ່ງວັນປົດປ່ອຍນະຄອນຫຼວງ. ພວກຂ້າພະເຈົ້າຖືວ່າ: ນີ້ກໍ່ແມ່ນການເຄື່ອນໄຫວພົ້ນເດັ່ນຂອງສື່ມວນຊົນນະຄອນຫຼວງ, ວົງການສື່ມວນຊົນສະແດງຄວາມຮູ້ບຸນຄຸນຕໍ່ລຸ້ນພໍ່ລຸ້ນອ້າຍໄດ້ເສຍສະຫຼະຊີວິດເພື່ອປະເທດຊາດ.
ງານບຸນລະດູບານໃໝ່ແມ່ນໂອກາດເພື່ອໃຫ້ບັນດາອົງການສື່ມວນຊົນແນະນຳໃຫ້ຜູ້ອ່ານບັນດາສິ່ງພິມພິເສດທີ່ສຸດຂອງຕົນ. ທ່ານ ດິງດຶກເລີບ, ບັນນາທິການໃຫຍ່ໜັງສືພິມ ດ້ານດ່ວານແຄດ ແປ່ວ່າມະຫາສາມັກຄີ, ໃຫ້ຮູ້ວ່າ:
ຂ້າພະເຈົ້າເຫັນວ່າ, ງານບຸນໜັງສືພິມປີນີ້ມີຂອບຂະໜາດໃຫຍ່ກ່ວາ, ສິ່ງພິມມີຄຸນນະພາບ, ງາມ ແລະ ປະທັບໃຈຫຼາຍ. ພວກຂ້າພະເຈົ້າໄດ້ເຂົ້າຮ່ວມງານບຸນດ້ວຍສິ່ງພິມຕ່າງໆຄື: ໜັງສືພິມມະຫາສາມັກຄີ ລະດູບານໃໝ່ ປີມະເມຍ, ສິ່ງຍອດຍິ່ງຫວຽດ, ບັນດາສິ່ງພິມຈຳໜ່າຍປະຈຳວັນ. ນີ້ແມ່ນກາລະໂອກາດທີ່ດີເພື່ອໃຫ້ໜັງສືພິມຂອງພວກຂ້າພະເຈົ້າຖືກເຜີຍແຜ່ແນະນຳເຖິງຜູ້ອ່ານ ແລະ ມວນຊົນບັນດາສິ່ງພິມ, ບົດຂຽນຂອງຕົນ.