ຄວາມປະທັບໃຈລາຍການ “ທະເລ, ໝູ່ເກາະ - ໝາກຫົວໃຈຫວຽດນາມ”
(ລາຍການ “ທະເລ, ໝູ່ເກາະ - ໝາກຫົວໃຈຫວຽດນາມ”)
(vovworld) - ຕອນຄໍ່າວັນທີ 21/12, ລາຍການພົບປະແລກປ່ຽນ, ໂອ້ລົມສົນທະນາ “ທະເລ, ໝູ່ເກາະ - ໝາກຫົວໃຈຫວຽດນາມ” ໂດຍກະຊວງຖະແຫຼງຂ່າວ ແລະ ສ່ືສານ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ແລະ ວິທະຍຸກະຈາຍສຽງຫວຽດນາມ ຈັດຕັ້ງຢູ່ຮ່າໂນ້ຍ, ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ (22/12/1944 – 22/12/2016), 27 ປີແຫ່ງວັນບຸນທົ່ວປວງຊົນປ້ອງກັນຊາດ (22/12/1989 – 22/12/2016). ລາຍການພົບປະແລກປ່ຽນ, ໂອ້ລົມສົນທະນາ ແມ່ນການເຄື່ອນໄຫວຕອບບຸນແທນຄຸນບັນດາພະນັກງານ, ນັກຮົບກອງທັບປະຊາຊົນລຸ່ນຕ່າງໆ ແລະ ປະຊາຊົນທີ່ດຳລົງຊີວິດ, ອອກແຮງງານ, ທຳການຜະລິດຢູ່ບັນດາເຂດທະເລ, ເກາະ ເຊິ່ງໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທົດສອບ, ການເສຍສະຫຼະ, ຢືດໝັ້ນ ແລະ ຕັດສິນໃຈຕິດພັນກັບທະເລ, ປົກປັກຮັກສາເກາະ, ເພື່ອຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ... ລາຍການໄດ້ປະກອບສ່ວນເຊື່ອມຕໍ່ລະຫວ່າງເຂດດິນຕໍ່ແຜ່ນກັບເຂດໝູ່ເກາະທີ່ຫ່າງໄກ, ເຊື່ອມຕໍ່ຄອບຄົວກັບພະນັກງານ, ນັກຮົບກຳລັງກອງທັບເຮືອ, ຕຳຫຼວດທະເລ, ປ້ອງກັນຊາຍແດນ ແລະ ບັນດາກຳລັງທີ່ມີໜ້າທີ່ອື່ນໆ ເຊິ່ງປະຈຸບັນພວມປະຕິບັດໜ້າທີ່ປົກປັກຮັກສາເຂດທະເລ, ໝູ່ເກາະນັບທັງວັນ ແລະ ຄືນ.