ຄວາມມຸ້ງຫວັງຕໍ່ ປະທານາທິບໍດີອີຢີບ ຄົນໃໝ່

ຄວາມມຸ້ງຫວັງຕໍ່ ປະທານາທິບໍດີອີຢີບ ຄົນໃໝ່ - ảnh 1

(ພາບ:xaluan.com)​

( vovworld ) –  ​ວັນ​ທີ 25/6, ຢູ່​ປະ​ເທດ​ອີ​ຢີບ, ​ໄດ້​ຈັດ​ໃຫ້​ມີ​ການ​ເຄື່ອນ​ໄຫວ​ຕ່າງໆ ​ເພື່ອ​ຊົມ​ເຊີຍ​ເລື່ອງ​ປະ​ເທດ​ນີ້​ເລືອກ​ຕັ້ງປະ​ນາທາ​ທິບໍດີ​ຄົນ​ໃໝ່. ວັນ​ທີ 24/6, ຄະນະ​ກຳມະການ​ເລືອກ​ຕັ້ງປະ​ນາທາ​ທິບໍດີອີ​ຢີບ ປະກາດ​ວ່າ, ທ່ານ Mohammed Morsy ສັງກັດ​ພັກ​ອ້າຍ​ນ້ອງ​ມຸດ​ສະ​ລິ​ມ ຍາດ​ໄດ້​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງປະ​ນາທາ​ທິບໍດີຮອບ​ທີ 2 ທີ່​ຜ່ານ​ມາ, ກາຍ​ເປັນປະ​ນາທາ​ທິບໍດີ​ໂດຍ​ປະຊາຊົນ​ເລືອກ​ຕັ້ງຜູ້​ທຳ​ອິດ​ຂອງ​ອີ​ຢີບ ​ໃນ​ຕອນ​ຄ່ຳ​ຂອງ​ວັນ​ທີ 24/6 ພາຍຫຼັງ​ການ​ປ່ອນ​ບັດຮອບ​ທີ 2 ກັບຄູ່​ແຂ່ງ Ahmed Shafiq ອະດີດ​ນາຍົກລັດຖະມົນຕີອີ​ຢີບ. ພາຍຫຼັງ​ປະກາດ​ໄດ້​ຮັບ​ໄຊຊະນະ, ປະ​ນາທາ​ທິບໍດີຄົນ​ໃໝ່​ຂອງ​ອີ​ຢີບ Mohammed Morsy ​ໄດ້​ຮຽກຮ້ອງ​ໃຫ້ການ​ສ້າງ​ຄວາມ​ເປັນ​ເອກະ​ພາບ​ໃນ​ທົ່ວ​ປະ​ເທດ ​ແລະ ​ໃຫ້​ຄຳໝັ້ນສັນຍາ​ຈະ​ແມ່ນ “​ການ​ນຳ​ຂອງ​ປະຊາຊົນ​ອີ​ຢີບ ທຸກໆ​ຄົນ“. ທ່ານ​ຖື​ວ່າ: “ບໍ່​ມີ​ຄວາມ​ແຕກ​ຕ່າງ​ກັນ​ລະຫວ່າງ​ຊາວ​ຄຼິດ ​ແລະ ຊາວ​ມຸດ​ສະ​ລິ​ມ“ ​ແລະ “ຄວາມສາມັກຄີ​ແຫ່ງ​ຊາດ ​ແມ່ນ​ເສັ້ນທາງໜື່ງ​ດຽວທີ່​ຈະນຳ​ອີ​ຢີບ ຫລຸດ​ພົ້ນອອກ​ຈາກ​ວິ​ກິດ​ການ​ໃນ​ປະຈຸ​ບັນ“

     ​ໃນ​ວັນ​ດຽວ​ກັນ, ​ໃນ​ການ​ປະຊຸມ​ຂ່າວຮ່ວມ​ກັບປະທານາທິບໍດີ​ລັດ​ເຊຍ V.Putin, ນາຍົກລັດຖະມົນຕີອິດສະຣາ​ແອນ Benyamin Netaniahu ປະກາດ​ວ່າ, ​ໃນ​ອະນາຄົດ, ອິດສະຣາ​ແອນ ຈະ​ຮ່ວມ​ມື​ກັບ​ລັດຖະບານ​ໃໝ່​ຂອງ​ອີ​ຢີບ ​ໂດຍ​ປະທານາທິບໍດີ Mohammed Morsy  ນຳ​ໜ້າ. ທ່ານ Benyamin Netaniahu ​ໃຫ້​ຮູ້​ວ່າ: ອິດສະຣາ​ແອນ ​ໄດ້​ຕີ​ລາຄາສູງ​ວິວັດທະນາ​ການ​ປະຊາທິປະ​ໄຕ​ຢູ່​ອີ​ຢີບ ​ແລະ ​ເຄົາລົບ​ບັນດາ​​ໝາກຜົນ​ນີ້. ອິດສະຣາ​ແອນ ຫວັງ​ວ່າ ຈະ​ສືບ​ຕໍ່​ເຮັດ​ວຽກ​ກັບ​ລັດຖະບານ​ໃໝ່ ບົນ​ພື້ນຖານ​ສົນທິສັນຍາ​ສັນ​ຕິ​ພາບ​ຂອງ​ສອງ​ຝ່າຍ.

ຂ່າວ/ບົດ​ອື່ນ