ຄວາມສາມາດບົ່ມຊ້ອນໃນການພົວພັນຫວຽດນາມ-ຍີ່ປຸ່ນຍັງໃຫຍ່ຫຼວງທີ່ສຸດ
ທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ
(ພາບປະກອບ)
|
(vovword)- ເມື່ອຕອບສຳພາດຕໍ່ນັກຂ່າວໜັງສືພິມ “Yominuri” ຍີ່ປຸ່ນ, ເນື່ອງໃນໂອກາດ ພະເຈົ້າຈັກກະພັດ Akihito ແລະ ພະມະເຫສີ ຍີ່ປຸ່ນ ສະເດັດມາຢ້ຽມຢາມທາງລັດຖະກິດຫວຽດນາມ, ທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ ຖືວ່າ: ຫວຽດນາມ ແລະ ຍີ່ປຸ່ນ ແມ່ນສອງປະເທດທີ່ເຕັມໄປດ້ວຍມູນເຊື້ອ, ແບ່ງປັນຫຼາຍຈຸດວັດທະນະທຳທີ່ຄ້າຍຄືກັນ, ຄຸນຄ່າວັດທະນະທຳມະນຸດ, ນ້ຳໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ຜ່ານການສະເດັດຢ້ຽມຢາມຂອງພະເຈົ້າຈັກກະພັດ ແລະ ພະມະເຫສີ, ປະຊາຊົນຫວຽດນາມປາຖະໜາຢາກມີຄວາມເຂົ້າໃຈກວ່າກ່ຽວກັບມູນເຊື້ອ, ວັດທະນະທຳ, ສາສະໜາ ແລະ ການພັດທະນາຂອງປະເທດຍີ່ປຸ່ນ.
ທ່ານປະທານປະເທດ ເຈິ່ນດ້າຍກວາງ ຢັ້ງຢືນວ່າ: ຄວາມສາມາດບົ່ມຊ້ອນເພື່ອເພີ່ມທະວີການພົວພັນຮ່ວມມືມິດຕະພາບ ລະຫວ່າງສອງປະເທດຫວຽດນາມ-ຍີ່ປຸ່ນໃນບັນດາຂົງເຂດຍັງໃຫຍ່ຫຼວງທີ່ສຸດ ເມື່ອສອງປະເທດຍັງມີຫຼາຍທ່າແຮງ ອາດຈະເພີ່ມເຕີມໃຫ້ກັນໄດ້. ກ່ຽວກັບດ້ານເສດຖະກິດ ສອງປະເທດຈະຍູ້ແຮງການຮ່ວມມືໃນບັນດາຂົງເຂດການຄ້າ, ການລົງທຶນ; ສົມທົບກັນເພື່ອນຳໃຊ້ ແຫຼ່ງເງິນລົງທຶນ ODA ຂອງຍີ່ປຸ່ນເຂົ້າໃນບັນດາໂຄງການພື້ນຖານໂຄງລ່າງຈຸດສຸມແຫ່ງຊາດຢ່າງມີປະສິດທິຜົນ, ນຳບັນດາໂຄງການນີ້ ກາຍເປັນສັນຍາລັກຂອງຜົນສຳເລັດໃນຂົງເຂດການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ.