ຄວາມເຄັ່ງຕຶງດ້ານ ການເມືອງຢູ່ໄທ

ຄວາມເຄັ່ງຕຶງດ້ານ ການເມືອງຢູ່ໄທ - ảnh 1
(ພາບປະກອບ)


(vovworld) –   ວັນ​ທີ 15/05, ຄະນະ​ກຳມະການ​ເລືອກ​ຕັ້ງ (EC) ຂອງ​ໂທ ຮຽກຮ້ອງ​ໂຈະ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ, ​ເຊິ່ງຄາດ​ວ່າ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 20/07 ຈະ​ມາ​ເຖິງ, ພາຍຫຼັງ​ເກີ​ດການ​ບຸກ​ໂຈມ​ຕີ​ດ້ວຍ​ປືນ ​ແລະ ລະ​ເປ​ີດມື ​ແນ​ໃສ່​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຕ້ານ​ລັດຖະບານ​ຢູ່​ນະ​ຄອນຫຼວງ​ບາງກອກ ​ເຮັດ​ໃຫ້​ຢ່າງ​ໜ້ອຍ​ຊຸດມີ 3 ຄົນ​ເສຍ​ຊີວິດ ​ແລະ 22 ຄົນ​ຖືກ​ບາດ​ເຈັບ.

        ຕາມ​ວົງ​ການ​ຕຳຫຼວດ​ປະ​ເທດ​ນີ້, ມີລະ​ເປ​ີດມື M79 2 ລູກ ​ຖືກແກວ່​ງ​​ເຂົ້າ​ສະຖານ​ທີ່​ແຫ່​ຂະ​ບວນປະ​ທ້ວງ​ຢູ່​ເຂດ​ອາ​ໄລ​ຫາ​ປະຊາທິປັດ, ຕໍ່​ຈາກ​ນັ້ນ​ໄດ້​ມີ​ສຽງ​​ປືນ​ລະ​ເບີດ. ປະຈຸ​ບັນ​ຍັງ​ບໍ່​ທັນ​ຮູ້​ຊື່​ຂອງ​ບັນດາ​ຜູ້​ດຳ​ເນີນ​ການ​ບຸກ​ໂຈມ​ຕີ. ພາຍຫຼັງ​ການ​ບຸກ​ໂຈມ​ຕີ​ດັ່ງກ່າວ, ມີ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ນັບ​ຮ້ອຍ​ຄົນ ​ໄດ້​ບຸກ​ເຂົ້າ​ຖານ​ທີ່​ໝັ້ນ​​ເຫຼົ່າ​ທັບ​ອາກາດ​ຢູ່​ທາງ​ທິດ​ເໜືອ​ນະຄອນຫຼວງ, ​ເຊິ່ງ​ເປັນ​ສະຖານ​ທີ່​ທີ່ລັດຖະບານພວມ​ຈັດ​ກອງ​ປະຊຸມ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ເລືອກ​ຕັ້ງ​ເພື່ອ​ກຳນົດ​ວັນ​ດຳ​ເນີນ​ການ​ປ່ອນ​ບັດເລືອກ​ຕັ້ງຄັ້ງ​ໃໝ່. ວັນ​ທີ 14/05, ທ່ານ​ເລຂາທິການ​​ໃຫຍ່​ຄະນະ​ກຳມະການ​ເລືອກ​ຕັ້ງ​ໄທ ພູ້​ຈົງ ນຸດ​ຈາ​ວົງ ສະ​ເໜີ​ໂຈະ​ການ​ເລືອກ​ຕັ້ງ​​ເຖິງ​ຕົ້ນ​ເດືອນ 8 ຈະ​ມາ​ເຖິງ. ຈຳນວນ​ຜູ້​ເສຍ​ຊີວິດ​ຍ້ອນ​ບັນດາ​ການ​ບຸກ​ໂຈມ​ຕີ​ດ້ວຍ​ປ​ືນ ​ແລະ ລະ​ເປ​ີດມື​ໃນ​ບັ້ນ​ຮົບ​ທີ່​ແກ່ຍາວ​ເປັນ​ເວລາ 6 ​ເດືອນ​ຜ່ານ​ມາ​ຂອງ​ຄະນະ​ກຳມະການ​ປະຕິ​ຮູບ​ປະ​ຊາ​ທິປັດ​ໄທ ​​ໄດ້​ຂຶ້ນ​ເຖິງ 27 ຄົນ ​ແລະ ຈຳນວນ​ຜູ້​ຖືກ​ບາດ​ເຈັບ​ໄດ້​ຂຶ້ນ​ເຖິງ​ນັບ​ຮ້ອຍ​ຄົນ.

ຂ່າວ/ບົດ​ອື່ນ