ຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ ອາເມລິກາ - ຈີນ, ອາເມລິກາ - ອີຢູ

(VOVWORLD) - ໃນສື່ສັງຄົມອອນລາຍ Twitter, ວັນທີ 25 ກໍລະກົດ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ກ່າວຫາ ຈີນ ມີບັນດາການກະທຳບໍ່ດີ ແນໃສ່ບັງຄັບ ອາເມລິກາ ຕ້ອງຜ່ອນສັ້ນຜ່ອນຍາວກ່ຽວກັບດ້ານການຄ້າ.

ທ່ານປະທານາທິບໍດີ Donald Trump ຊີ້ແຈ້ງວ່າ: ຈີນພວມເລັ່ງໃສ່ຊາວກະສິກອນ ອາເມລິກາ ເພືຶ່ອບັງຄັບໃຫ້ທ່ານຕ້ອງສືບຕໍ່ອະນຸຍາດສວຍໃຊ້ ອາເມລິກາ. ທ່ານ Donald Trump ຢືນຢັນວ່າ: ອາເມລິກາ ໄດ້ມີການກະທຳດີຈົນເຖິງຈຸດເວລານີ້ ແລະ ບັນດາຄວາມມານະພະຍາຍາມຂອງຝ່າຍ ຈີນ ຈະຖືກປະລາໄຊ.

        ແລະໃນວັນດຽວກັນ, ທ່ານ ຈີງຊາງ ໂຄສົກກະຊວງການຕ່າງປະເທດ ຈີນ ກໍ່ເນັ້ນໜັກວ່າ ບໍ່ມີໃຜຊະນະໃນສົງຄາມການຄ້າ, ພ້ອມທັງ ຮຽກຮ້ອງ ອາເມລິກາ ປະລະເສັ້ນທາງເດີນທີ່ຜິດພາດ ແລະ ບໍ່ກ້າວເດີນໄປໄກກ່ວານັ້ນອີກ.

        ໃນຂະນະນັ້ນ, ທີ່ກ່ຽວຂ້ອງເຖິງຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ ອາເມລິກາ - ສະຫະພາບ ເອີຣົບ (ອີຢູ), ວັນທີ 25 ກໍລະກົດ, ອາເມລິກາ ແລະ ອີຢູ ໄດ້ເຫັນດີເປັນເອກະພາບຫລຸດຜ່ອນຮົ້ວກີດຂວາງດ້ານການຄ້າລະຫວ່າງ 2 ຝ່າຍ. ຖະແຫຼງການດັ່ງກ່າວ ໄດ້ຍົກອອກມາ ພາຍຫລັງການພົບປະລະຫວ່າງທ່ານປະທານາທິບໍດີ ອາເມລິກາ Donald Trump ກັບທ່ານປະທານຄະນະກຳມະການ ເອີຣົບ Jean-Claude Juncker ຢູ່ທຳນຽບຂາວ.

ຕອບກັບ

ຂ່າວ/ບົດ​ອື່ນ