ຄວາມເຄັ່ງຕຶງທາງການທູດຢູ່ເຂດອ່າວ: ກາຕາຮ້ອງຟ້ອງບັນດາປະເທດ ອາຣັບ ຄອບງໍາເງິນຕາ

(VOVWORLD) -ວັນທີ 8 ເມສາ, ກາຕາໃຫ້ຮູ້ວ່າ ປະເທດນີ້ ໄດ້ຍື່ນໃບຮ້ອງຟ້ອງຂຶ້ນບັນດາອົງການສານ ຢູ່ ອັງກິດ ແລະ ອາເມລິກາ ເພື່ອຮ້ອງຟ້ອງບັນດາທະນາຄານຢູ່ ສະອຸດິ ອາຣັບບີ ແລະ ສະຫະລັດ ອາຣັບ ເອມມີເລດ (UAE) ເພາະວ່າມີກົນອຸບາຍເຮັດໃຫ້ເງິນຕາພາຍໃນ ແລະ ພັນທະບັດຂອງ ກາຕາ ຕົກລາຄາ. 
ຄວາມເຄັ່ງຕຶງທາງການທູດຢູ່ເຂດອ່າວ: ກາຕາຮ້ອງຟ້ອງບັນດາປະເທດ ອາຣັບ ຄອບງໍາເງິນຕາ - ảnh 1 ທະນາຄານ Samba Bank(ພາບ: Reuters)

ໃນຖະແຫຼງການໜຶ່ງ, ກາຕາໃຫ້ຮູ້ວ່າ ເຂົາເຈົ້າໄດ້ຍື່ນສະເໜີໃບຮ້ອງຟ້ອງຂຶ້ນສານຂອງ ລອນດອນ (ອັງກິດ) ເພື່ອຕ້ານຄືນທະນາຄານ Banque Havilland ເຊິ່ງມີສໍານັກງານຕັ້ງຢູ່ Luxemburg ທີ່ໄດ້ວາງແຜນການແນໃສ່ຄອບງໍາເງິນຕາພາຍໃນ ແລະ ບັນດາຕະຫຼາດການເງິນຂອງ ກາຕາ”. ນອກຈາກນັ້ນ, ໃບຮ້ອງຟ້ອງສະບັບອື່ນໆ ກໍໄດ້ຍື່ນສະເໜີຂຶ້ນສານນະຄອນ ນິວຢອກ, ອາເມລິກາ ໂດຍເລັ່ງໃສ່ທະນາຄານ First Abu Dhabi Bank ແລະ Samba Bank ດ້ວຍຄໍາກ່າວຫາວ່່າ ມີສ່ວນກ່ຽວຂ້ອງເຖິງການເຄື່ອນໄຫວຄອບງໍາຕະຫຼາດການເງິນ.


ຕອບກັບ

ຂ່າວ/ບົດ​ອື່ນ