ຄວາມເຄັ່ງຕຶງທາງການທູດລະຫວ່າງອາເມລິກາ-ອິນເດຍຍັງບໍ່ທັນຜ່ອນຄາຍລົງ

ຄວາມເຄັ່ງຕຶງທາງການທູດລະຫວ່າງອາເມລິກາ-ອິນເດຍຍັງບໍ່ທັນຜ່ອນຄາຍລົງ - ảnh 1
ທ່ານນາງ Devyani Khobragade
(ພາບ: dantri.com.vn)


(​vovworld) – ວັນ​ທີ 10/1, ລັດຖະບານ ອິນ​ເດຍ ຮຽກ​ຮ້ອງ​ໃຫ້ ອາ​ເມ​ລິ​ກາ ຖອນ​ເຈົ້າ​ໜ້າ​ທີ່​ບາງ​ທ່ານ​ທີ່​ດຳລົງ​ຕຳ​ແໜ່​ງ​ເທົ່າ​ທຽມ​ກັບ​ຮອງ​ຫົວໜ້າ​ສະຖານກົງສູນ​​ໃຫຍ່ ອິນ​ເດຍ ປະຈຳ ນິວ​ຢອກ, ທ່ານ​ນາງ Devyani Khobragade, ຜູ້​ຖືກ​ຈັບ​ຕົວ​ເມື່ອ​​ເດືອນ 12/2013 ຍ້ອນ​ຖືກ​ກ່າວ​ຫາ​ມີ​ການ​ສໍ້​​ໂກງ​ດ້ານ ວີ​ຊາ ​ແລະ ຫາ​ກໍ່​ກັບ​ເມືອ​ປະ​ເທດ​ເມື່ອ​ວັນ​ທີ 09/01.

    ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ພາຍຫຼັງ​ການ​ກະທຳ​ນີ້​ຂອງ ອິນ​ເດຍ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ທ່ານ​ນາງ Jen Psaki ຮັບ​ຮູ້​ເລື່ອງ ອິນ​ເດຍ ຕັດສິນ​ເນລະ​ເທດ​ເຈົ້າ​ໜ້າ​ທີ​ການ​ທູ​ດ ອາ​ເມ​ລິ​ກາ ​ແລະ ສະ​ແດງ​ຄວາມ “​​ເສຍດາຍ” ​ເມື່ອ New Delhi ຖື​ເລື່ອງ ​ເນລະ​ເທດ​ນີ້​ແມ່ນ​ຈຳ​ເປັນ. ຄາດ​ວ່າ, ​ເຈົ້າ​ໜ້າ​ທີ່ ອາ​ເມ​ລິ​ກາ ຖືກ​ເນລະ​ເທດ​ຈະ​ເດີນທາງ​ອອກ​ຈາກ ອິນ​ເດຍ ​ໃນ​ຮອບ​ເວລາ 48 ຊົ່ວ​ໂມງ​ຕາມ​ຄຳ​ຮຽກຮ້ອງ​ຂອງ New Delhi. ປະຈຸ​ບັນ, ຊື່​ຂອງ​ເຈົ້າ​ໜ້າ​ທີ​ຜູ້​ນີຍັງ​ບໍ່​ທັນ​​ເປີດ​ເຜີຍ​ເທື່ອ. ທ່ານ​ນາງ Psaki ​ເນັ້ນ​ໜັກ​ວ່າ​: ການ​ພົວພັນ​ທາງ​ການ​ທູດລະ​ຫວ່າງ ອາ​ເມ​ລິ​ກາ - ອິນ​ເດຍ ພວມ​ຢູ່ໃນ​ໄລຍະ​ຮັບ​ສິ່ງທ້າ​ທາຍ ​ແລະ ອຳນາດ​ການ​ປົກຄອງ ອາ​ເມ​ລິ​ກາ ຈະ ສືບ​ຕໍ່​ຊອກ​ຫາ​ມາດ​ຕະການ​ເພື່ອ​ຫລຸດຜ່ອນ​ຄວາມ​ເຄັ່ງ​ຕຶງ​ໃນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ, ພ້ອມ​ທັງ​ຫວັງ​ວ່າ​ເຫດການ​ນີ້​ຈະ​ສິ້ນ​ສຸດ​ລົງ​ໂດຍ​ໄວ. ທ່ານ​ນາງ​ກໍ່​ສະ​ແດງ​ຄວາມ​ຫວັງ​ຢາກ ອິນ​ເດຍ ມີ​ບັນດາ​ບາດກ້າວ​ສຳຄັນ​ພ້ອມ​ກັບ ອາ​ເມ​ລິ​ກາ ປັບປຸງ​ການ​ພົວພັນ​ຍຸດ​ທະ​ສາດ​ນີ້​.

 


ຂ່າວ/ບົດ​ອື່ນ