ຄວາມ​ໝາຍ​ໂຄງ​ການ “ແສງ​ສະ​ຫວ່​າງ​ເຍືອ​ງ​ທາງ​ຕະຫຼອດ​ໄປ”

(VOVWORLD) - ໂດຍຂ່ຳນັບຮັບຕ້ອນວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (ວັນທີ 3 ກຸມພາ 1930 – 3 ກຸມພາ 2022), ຕ້ອນຮັບລະດູບານໃໝ່ປີຂານ 2022, ຕອນຄ່ຳວັນທີ 12 ກຸມພາ, ຢູ່ສຳນັກງານວິທະຍຸກະຈາຍສຽງ ຫວຽດນາມ (ຮ່າໂນ້ຍ) ໄດ້ຈັດຕັ້ງລາຍການ ແສງສະຫວ່າງເຍືອງທາງຕະຫຼອດໄປ”.
ຄວາມ​ໝາຍ​ໂຄງ​ການ “ແສງ​ສະ​ຫວ່​າງ​ເຍືອ​ງ​ທາງ​ຕະຫຼອດ​ໄປ” - ảnh 1ການສະແດງສິລະປະໃນລາຍການ 
 ເຂົ້າຮ່ວມລາຍການມີ ທ່ານ ຫງວຽນຊວັນຖັງ, ປະທານສະພາທິດສະດີສູນກາງພັກ; ທ່ານ ໂດ໊ວັນຈ໊ຽນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ.

     ລາຍການ “ແສງສະຫວ່າງເຍືອງທາງຕະຫຼອດໄປ” ຖືກຈັດຂຶ້ນເພື່ອສົ່ງສານທີ່ວ່າ: ປຸກລຸກ ແລະ ແຜ່ກະຈາຍຄວາມຈົງຮັກພັກດີ, ຄວາມຮັບຜິດຊອບ ແລະ ຄາດຫວັງອຸທິດສ່ວນໃຫ້ແກ່ປະເທດຊາດຂອງປະຊາຊົນ ຫວຽດນາມ ທຸກຄົນ, ໂດຍສະເພາະແມ່ນໄວໜຸ່ມ; ຢັ້ງຢືນບົດບາດນຳພາຂອງພັກກອມມູນິດ ຫວຽດນາມ ໃນໄລຍະພັດທະນາຂອງປະເທດຊາດ, ພິເສດແມ່ນໃນສະພາບການ “ຮັບມືຢ່າງຄ່ອງຕົວ, ມີໄຫວພິບ ແລະ ປອດໄພ ເພື່ອຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມໃນສະພາບເປັນປົກກະຕິໃໝ່”.


ຕອບກັບ

ຂ່າວ/ບົດ​ອື່ນ