(vovworld) – ຕອນເຊົ້າວັນທີ 3/9, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ເຂົ້າຮ່ວມ ແລະ ຕີກອງໄຂສົກຮຽນໃໝ່ຢູ່ ໂຮງຮຽນມັດທະຍົມຕອນປາຍ ບຸ່ຍທິຊວນ, ນະຄອນ ດ່າລາດ, ແຂວງ ເລີມດົ່ງ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ເຈືອງເຕີນຊາງ ຢັ້ງຢືນ ພັກ ແລະ ລັດ ຍາມໃດກໍ່ກຳນົດການສຶກສາ - ບຳລຸງສ້າງແມ່ນລັດຖະນະໂຍບາຍອັນດັງໜຶ່ງ, ແມ່ນຂອດບຸກທະລຸຍຸດທະສາດເພື່ອຍູ້ແຮງພາລະກິດຫັນປະເທດເປັນປະເທດເປັນອຸດສາຫະກຳ, ທັນສະໄໝ. ປະຈຸບັນ, ຕໍ່ໜ້າຄຳຮຽກຮ້ອງຂອງພາລະກິດປ່ຽນໃໝ່, ສ້າງສາ ແລະ ປົກປັກຮັກສາປະເທດຊາດ, ການປ່ຽນໃໝ່ການສຶກສາ ບຳລຸງສ້າງໂດຍພື້ນຖານ ແລະ ຮອບດ້ານໄດ້ກາຍເປັນຄວາມຮຽກຮ້ອງຕ້ອງການຢ່າງຮີບດ່ວນ. ນີ້ແມ່ນໜ້າທີ່ໜັກໜ່ວງແຕ່ ສະຫງ່າລາສີເຊິ່ງຂະແໜງສຶກສາບຳລຸງສ້າງຂອງທົ່ວປະເທດເວົ້າລວມ, ຄູ່ອາຈານ, ນັກຮຽນໂຮງຮຽນມັດທະຍົມຕອນປາຍ ບຸ່ຍທິຊວນ ແລະ ຂະແໜງສຶກສາແຂວງ ເລີມດົ່ງ ເວົ້າສະເພາະ ຕ້ອງຊາບຊຶມ ແລະ ປະຕິບັດຢ່າງມີໄຊ. ທ່ານປະທານປະເທດ ເຈືອງເຕີນຊາງ ເນັ້ນໜັກວ່າ:
“ບັນດາຄູອາຈານ, ພະນັກງານ, ລັດຖະກອນ, ນັກຮຽນຂອງໂຮງຮຽນມັດທະຍົມຕອນປາຍ ບຸ່ຍທິຊວນ ຕ້ອງສືບຕໍ່ມານະພະຍາຍາມສູ້ຊົນໃນທຸກດ້ານເພື່ອຮັກສານາມມະຍົດເປັນຄັນທຸງນຳໜ້າໃນຂະບວນການແຂ່ງຂັນຂອງຂະແໜງສຶກສາແຂວງ ເລີມດົ່ງ. ຄູອາຈານ, ພະນັກງານຄຸມຄອງການສຶກສາຂອງໂຮງຮຽນແຕ່ລະຄົນຕ້ອງມີນະທາດການເມືອງ, ຄຸນສົມບັດດີ, ມີຄວາມລະດັບວິຊາການ ແລະ ມີປ່ຽນໃໝ່ວິທີສິດສອນຢ່າງບໍ່ຢຸດຢັ້ງ, ເປັນແບບຢ່າງກ່ຽວກັບຄຸນສົມບັດ, ການຮຳ່ຮຽນ ແລະ ຫົວຄິດປະດິດສ້າງ, ສຸດຈິດສຸດໃຈເພື່ອນັກຮຽນທີ່ຮັກແພງ. ນັກຮຽນຂອງໂຮງຮຽນຍາມໃດກໍ່ຕ້ອງເຊື່ອໝັ້ນດ້ວຍຕົນເອງ ແລະ ມີຫົວຄິດປະດິດສ້າງ, ຜ່ານຜ່າຄວາມຫຍຸ້ງຍາກເພື່ອຮຳ່ຮຽນ, ຝຶກຝົນຫຼໍ່ຫຼອມເປັນຢ່າງດີ, ເພື່ອກາຍເປັນຜູ້ມີປະໂຫຍດໃຫ້ແກ່ປະເທດຊາດ ”
ກໍ່ຢູ່ພິທີໄຂສົກຮຽນໃໝ່ຢູ່ໂຮງຮຽນມັດທະຍົມຕອນປາຍ ບຸ່ຍທິຊວນ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ມອບຂອງຂວັນທີ່ລະນຶກໃຫ້ແກ່ໂຮງຮຽນ, ມອບຂອງຂວັນໃຫ້ນັກຮຽນທີ່ປະສົມກັບຄວາມຫຍຸ້ງຍາກເປັນພິເສດ, ຄອບຄົວເປົ້າໝາຍນະໂຍບາຍແຕ່ຮຽນເກັ່ງ 10 ຄົນ ແລະ ເຂົ້າຮ່ວມການປູກຕົ້ນໄມ້ທີ່ລະນຶກໃນບໍລິເວນໂຮງຮຽນ.