ຄູ່ຮ່ວມມືສ້າງປະຊາຄົມອາຊຽນ”
(ພາບປະກອບ)
(vovworld) – ເວທີປາໄສເຊື່ອມຕໍ່ອາຊຽນຄັ້ງທີ 3 ມີຫົວຂໍ້ວ່າ “ອາຊຽນ-ສ.ເກົາຫຼີ: ຄູ່ຮ່ວມມືສ້າງປະຊາຄົມອາຊຽນ” ໂດຍຄະນະເລຂາອາຊຽນ ສົມທົບກັບສະຫະພັນອຸດສາຫະກຳສ.ເກົາຫຼີ ຈັດຕັ້ງ, ດຳເນີນໄປໃນວັນທີ 22/10, ຢູ່ສ.ເກົາຫຼີ. ຜ່ານເວທີປາໄສຄັ້ງນີ້, ບັນດາຜູ້ແທນທີ່ມາຈາກ 10 ປະເທດສະມາຊິກອາຊຽນ ໄດ້ແນະນຳບັນດາໂຄງການພື້ນຖານໂຄງລ່າງ ແລະ ກຳນົດທິດນະໂຍບາຍໃນຂົງເຂດຕ່າງໆຄື: ຄົນມະນາຄົມ, ພະລັງງານ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ໂຄສະນາໃຫ້ບັນດາວິສາຫະກິດສ.ເກົາຫຼີ. ທ່ານເລຂາທິການໃຫຍ່ອາຊຽນ ເລເລືອງມິງ ໄດ້ເຂົ້າຮ່ວມເວທີປາໄສນີ້. ທີ່ເວທີປາໄສ, ບັນດາຜູ້ແທນໄດ້ສະໜອງຂໍ້ມູນຫຼ້າສຸດກ່ຽວກັບສະພາບຕົວຈິງ ແລະ ສິ່ງທ້າທາຍຂອງບັນດາໂຄງການເຊິ່ງພວມໄດ້ຮັບການປະຕິບັດ ຕາມແຜນການສັງລວມກ່ຽວກັບການເຊື່ອມຕໍ່ອາຊຽນ.