ຄູ່ຮ່ວມມືສຳຄັນອັນດັບໜຶ່ງໃນການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນ
(ການເຈລະຈາຖືກດຳເນີນໃນຕອນເຊົ້າວັນທີ 25/04)
(vovworld) - ໂດຍໄດ້ຮັບຄຳເຊີນຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ, ທ່ານປະທານສະແຫ່ງຊາດສ.ເກົາຫຼີ Chung Sye – Kyun ພ້ອມກັບ ພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດສ.ເກົາຫຼີ ໄດ້ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 24 - 26/04. ທີ່ການເຈລະຈາຖືກດຳເນີນໃນຕອນເຊົ້າວັນທີ 25/04, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເນັ້ນໜັກວ່າ: ຫວຽດນາມ ປາດຖະໜາຢາກຕ້ອນຮັບທ່ານປະທານາທິບໍດີສ.ເກົາຫຼີ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມຂັ້ນສູງ APEC ຢູ່ດ່ານັ້ງ ໃນເດືອນ 11 ຈະມາເຖິງ; ພ້ອມທັງສະເໜີໃຫ້ສ.ເກົາຫຼີ ສະໜັບສະໜູນການອອກສະໝັກເລືອກຕັ້ງຂອງຫວຽດນາມ ເປັນສະມາຊິກຜູ້ອຳນວຍການໃຫຍ່ອົງການ UNESCO. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີໃຫ້ສ.ເກົາຫຼີ ໜຸນຊ່ວຍຫວຽດນາມ ຜັນຂະຫຍາຍສັນຍາການຄ້າເສລີຫວຽດນາມ - ສ.ເກົາຫຼີ ຢ່າງມີປະສິດທິຜົນ; ເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານ, ໜູນຊ່ວຍວິສາຫະກິດສົ່ງອອກຂອງຫວຽດນາມ; ຫວຽດນາມ ສົ່ງເສີມບັນດາກຸ່ມບໍລິສັດໃຫຍ່ຂອງສ.ເກົາຫຼີ ເຂົ້າຮ່ວມວິວັດການຫັນລັດວິສາຫະກິດເປັນຫຸ້ມສ່ວນ, ສ້າງໂຄງປະກອບລະບົບທະນາຄານຂອງຫວຽດນາມ ແລະ ປາດຖະໜາວ່າ, ບັນດາວິສາຫະກິດ, ກຸ່ມບໍລິສັດໃຫຍ່ຂອງສ.ເກົາຫຼີ ລົງທຶນພັດທະນາພື້ນຖານໂຄງລ່າງເຂດອຸດສາຫະກຳ, ກະສິກຳຢູ່ຫວຽດນາມ…
ໃນໄລຍະຈະມາເຖິງ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ປາດຖະໜາວ່າ, ສະພາແຫ່ງຊາດສ.ເກົາຫຼີ ສືບຕໍ່ສະໜັບສະໜູນ ແລະ ມີທັດສະນະດ້ານການເມືອງ, ສືບຕໍ່ໃຫ້ບຸລິມະສິດຫວຽດນາມ, ຮັກສາການສະໜອງບັນດາແຫຼ່ງທຶນໜູນຊ່ວຍເຫຼືອລ້າ ແລະ ກູ້ຢືມທຶນ ODA ເຂົ້າບັນດາຂົງເຂດເຊິ່ງຫວຽດນາມ ມີຄວາມຕ້ອງການສູງຄື: ສາທາລະນະສຸກ, ສິ່ງແວດລ້ອມ, ເຕັກໂນໂລຊີສູງ… ມີຄວາມເອກະພາບ ແລະ ລົງນາມໃນສັນຍາແມ່ວ່າດ້ວຍການສິນເຊື່ອໄລຍະ 2016 – 2020 ໂດຍໄວ.
ສ່ວນທ່ານປະທານສະພາແຫ່ງຊາດສ.ເກົາຫຼີ Chung Sye – Kyun ຢືນຢັນວ່າ, ໃນໄລຍະຈະມາເຖິງ, 2 ປະເທດຈະສືບຕໍ່ເປີດກວ້າງການຮ່ວມມືໃນຫຼາຍຂົງເຂດຄື: ການພົວພັນທາງການທູດ, ປ້ອງກັນຄວາມສະຫງົບ ແລະ ການສຶກສາ; ສະແດງຄວາມປາດຖະໜາວ່າ, ສ.ເກົາຫຼີ ພ້ອມແລ້ວທີ່ຈະຖ່າຍຖອດເຕັກໂນໂລຊີໃຫ້ຫວຽດນາມ.
ທີ່ການເຈລະຈາ, 2 ຝ່າຍຖືວ່າ, ຈະຊຸກຍູ້ບັນດາລາຍການພົບປະແລກປ່ຽນວັດທະນະທຳລະຫວ່າງ 2 ປະເທດກວ່າອີກ, ເປີດກວ້າງການສອນພາສາຫວຽດ ແລະ ພາສາເກົາຫຼີ ຢູ່ 2 ປະເທດ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີສະພາແຫ່ງຊາດສ.ເກົາຫຼີ ສືບຕໍ່ມີບັນດານະໂຍບາຍຢ່າງມີປະສິດທິຜົນ, ປົກປ້ອງ ແລະ ໜູນຊ່ວຍປະຊາຄົມຊາວຫວຽດນາມ ອາໄສຢູ່ສ.ເກົາຫຼີ.