ຄະນະ ສສຊ ແຂວງຕ່າງໆ ລົງພົບປະກັບຜູ້ມີສິດເລືອກຕັ້ງ

ວັນ​ທີ 30/11 ຄະນະ ສສຊ ແຂວງຢາລາຍ ໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງ ນະຄອນ ປະເລີຍກູ. ທີ່​ການ​ພົບ​ປະ, ທ່ານ ກະ​ຊໍ​ເຟືອ​ກ ປະທານ​ສະພາ​ຊົນ​ເຜົ່າ​ຂອງ​ສະພາ​ແຫ່ງ​ຊາດ ​ໄດ້​ແຈ້ງ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຊາບ​ກ່ຽວ​ກັບ​ໝາກຜົນ ທີ່​ສຳຄັນ​ໃນ​ສະ​ໄໝ​ປະຊຸມ​ທີ່​ຜ່ານ​ມາ. ​ໂດຍຜ່ານ​ບັນດາ ສສຊ ຜູ້ມີສິດເລືອກຕັ້ງ ນະຄອນ ປະເລີຍກູ ​ໄດ້​ນຳ​ສະ​ເໜີ​ບາງ​ບັນຫາ​ທີ່​ສຳຄັນຄື ຄວບ​ຄຸມ​ໄພ​ເງິນ​ເຟີ້, ​ເຣັດ​ໃຫ້​ລາ​ຄ່າ​ໃນ​ຕະຫຼາດ​ມີ​ຄວາມ​ໝັ້ນ​ທ່ຽງ, ການປ້ອງ​ກັນ ​ແລະ ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ.......  ນາງ ຊິວ​ຮະ​ດິງ ຊາວ​ເຜົ່າ​ຢາ​ລາຍ ຜູ້ມີສິດເລືອກຕັ້ງ ຕາ​ແສງ ຢຽນຮົງ ນະຄອນ ປະເລີຍກູ ​ເວົ້າ​ວ່າ :   “  ກອງ​ປະຊຸມ​ສະ​​​ໄໝ​ສາມັນ​ເທື່ອ​ທີ່ 2 ສະພາ​ແຫ່ງ​ຫວຽດນາມ​ຊຸດ​ທີ່ 13​ໄດ້​ດຳ​ເນີນ​ໄປ​ດ້ວຍ​ດີ, ຊຶ່ງ​ໄດ້​ຮັບ​ຟັງ​ບັນດາ​ຄຳ​ຄິດ​ຄຳ​ເຫັນ​ຂອງ​ ຜູ້ມີສິດເລືອກຕັ້ງ, ມີ​ຄວາມ​ໄກ້​ຊິດ​ຕິດ​ແທດ​ກັບ​ຄວາມ​ມຸ່ງ​ມາດ​ປາດ​ທະ​ໜາ​ຂອງ​ປຊຊ ພ້ອມ​ທັງ​ໃຫ້​ຄຳ​ຕອບ​ຕໍ່​ຄວາມ​ສົນ​ໃຈ​ຂອງ​ປະຊາຊົນ​ເປັນ​ຢ່າງ​ດີ. ​ໃນ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ມື້​ນີ້, ຂ້າພະ​ເຈົ້າ​ສະ​ເໜີ​ສະພາແຫ່ງ​ຊາດ​ຈົ່ງ​ພິຈາລະນາ​ກ່ຽວ​ກັບ​ລະດັບ​ເງິນ​ເດືອນ​ຂອງ​ພະນັກງານ, ກຳມະກອນ​ ​ເພື່ອ​ມີ​ການ​ດຳລົງ​ຊີວິດ​ເປັນປົກກະຕິ  ”

      ​ໃນ​ຂະນະ​ດຽວ​ກັນ, ຄະນະ ສສຊ ​ແຂວງ ບີ​ງທ້ວນ ກໍ່​ໄດ້​ລົງ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ ​ເພື່ອ​ລາຍ​ງານ​ໝາກຜົນ ກອງ​ປະຊຸມ​ສະ​​​ໄໝ​ສາມັນ​ ເທື່ອ​ທີ່ 2 ສະພາ​ແຫ່ງ​ຫວຽດນາມ​ຊຸດ​ທີ່ 13 ເຊັ່ນ​ດຽວ​ກັນ ​.

ຂ່າວ/ບົດ​ອື່ນ