ຄະນະກຳມະການ ຕ້ານການສໍ້ລາດບັງຫຼວງ ໄທ ຮ້ອງຟ້ອງນາຍົກ ລັດຖະມົນຕີ ຍິງຣັກ ຊິນນະວັດ

ຄະນະກຳມະການ ຕ້ານການສໍ້ລາດບັງຫຼວງ ໄທ ຮ້ອງຟ້ອງນາຍົກ ລັດຖະມົນຕີ ຍິງຣັກ ຊິນນະວັດ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 18/02, ຄະນະ​ກຳມະການຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ໄທ (NACC) ​ ແຈ້ງ​ວ່າ ​ໄດ້ຮ້ອງຟ້ອງທ່ານ​ນາງ​ນາຍົກລັດຖະມົນຕີຊົ່ວຄາວ ຍິງຣັກ ຊິນນະ​ວັດ ທີ່​ກ່ຽວ​ເຖິງ​ບັນດາ​ຄຳ​ກ່າວ​ຫາຂາດຄວາມຮັບຜິ​ດຊອບ ​ແລະ ​ເຮັດ​ຝືນ​ກັບ​ຫຼັກການ​ໃນ​ນະ​ໂຍບາຍ​​ເກັບ​ຊື້​ເຂົ້າສານຂອງ​ລັດຖະບານ. ນອກຈາກ​ນັ້ນ, NACC ​ໄດ້​ຮຽກ​ຕົວ​ທ່ານ​ນາງ​ຍິງຣັກ ​ມາເພື່ອ​ສໍ້​ຖາມ​ດ້ວຍ​ບັນດາ​ຄຳ​ກ່າວ​ຫາ​ດັ່ງກ່າວ​ໃນ​ວັນ​ທີ 27/02. ຕາມ NACC ​ແລ້ວ, ທ່ານ​ນາງ​ຍິງຣັກ ​ບໍ່​ສົນ​ໃຈ​ເຖິງ​ບັນດາ​ຄຳ​ກ່າວ​ເຕື່ອນທີ່​ກ່ຽວຂ້ອງ​​ເຖິງ​ສະພາບ​ສໍ້​ລາດ​ບັງ​ຫຼວງ​ໃນ​ວິວັດ​ການ​ຜັນ​ຂະຫຍາຍ​ນະ​ໂຍບາຍອຸດ​ໝູນ​ລາຄາ​ເຂົ້າສານ, ກໍ່​ຄື​ຄວາມ​ເສຍ​ຫາຍ​ເຊິ່ງລາຍການ​ນີ້ອາດ​ຈະກໍ່​ຂຶ້ນ​. ຖ້າ​ຫາກ​ພົບ​ເຫັນ​ມີ​ການ​ກະ​ທຳ​ຜິດ, ທ່ານ​ນາງ ຍິງຣັກ ອາດ​ຈະ​ຕ້ອງ​ລາ​ອອກ​ຈາກ​ຕໍາ​ແໜ່​ງ.

ຂ່າວ/ບົດ​ອື່ນ