ຄະນະກຳມະການ ເລືອກຕັ້ງໄທ ສະເໜີ ປຶກສາຫາລືກັບນາຍົກລັດຖະມົນຕີ ຍິງຣັກ ເພື່ອຈັດການເລືອກຕັ້ງຄືນໃໝ່

ຄະນະກຳມະການ ເລືອກຕັ້ງໄທ ສະເໜີ ປຶກສາຫາລືກັບນາຍົກລັດຖະມົນຕີ ຍິງຣັກ ເພື່ອຈັດການເລືອກຕັ້ງຄືນໃໝ່ - ảnh 1
​ທ່ານ​ເລຂາທິການ​ໃຫຍ່ EC ພູ​ຈົງ ນຸທາ​ວົງ
(ພາບ: ອີນເຕີແນັດ)


(vovworld) - ວັນ​ທີ 09/02, ຄະນະ​ກຳມະການ​ເລືອກ​ຕັ້ງ (EC) ຂອງ​ໄທ ​ໃຫ້​ຮູ້​ວ່າ, ຈະ​ເຊີນ​ທ່ານ​ນາງ​ນາຍົກລັດຖະມົນຕີຊົ່ງຄາວ ຍິງຣັກ ຊິນນະ​ວັດ ​ເຂົ້າ​ຮ່ວມ​ການ​ປຶກສາ​ຫາລືກ່ຽວ​ກັບ​ມາດ​ຕະການ​ແກ້​ໄຂ​ສະພາບການ​ຢູ່​ສະຖານ​ທີ່​ປ່ອນ​ບັດ 28 ​ແຫ່ງ, ​ເຊິ່ງ​ແມ່ນ​ສະຖານ​ທີ່​ບໍ່​ມີ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ຈົດທະບຽນ​ເລືອກ​ຕັ້ງ. ໜັງ​ສື່​ພິມ Bangkok Post ຂອງ​ໄທ ​ໄດ້​ຄັດ​ຄຳ​ເວົ້າ​ຂອງ​ທ່ານ​ເລຂາທິການ​ໃຫຍ່ EC ພູ​ຈົງ ນຸທາ​ວົງ ​ໂດຍ​ໃຫ້​ຮູ້​ວ່າ, ຄະນະ​ກຳມະການ​ດັ່ງກ່າວຈະ​ຝາກ​ຈົດໝາຍ​ເຖິງ​ທ່ານ​ນາງ​ນາຍົກລັດຖະມົນຕີຊົ່ງຄາວ ຍິງຣັກ ຊິນນະ​ວັດ ກ່ອນ​ວັນ​ທີ 11/02 ​ເພື່ອ​ສະ​ເໜີ​ໃຫ້​ລັດຖະບານ​ປະກາດລັດຖະດຳລັດ​ລາຊະ​ອານາຈັກ ກຳນົດ​​ເວລາ​ຈັດ​ຕັ້ງ​ການເລືອກ​ຕັ້ງ​ຄັ້ງ​ໃໝ່. ​ໃນ​​ເຫດ​ການ​ທີ່​ກ່ຽວຂ້ອງ, ສະພາ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ ​ຄາດ​ຄະ​ເນ​ວ່າ ບັນດາ​ການ​ເຄື່ອນ​ໄຫວ​ແຫ່​ຂະ​ບວນປະ​ທ້ວງ ​ແລະ ​ເດີນ​ຂະ​ບວນ​ໂດ​ຍຄະນະ​ກຳມະການ​ປະຕິ​ຮູບ​ປະຊາທິປະ​ໄຕ​ປະຊາຊົນ (PDRC) ​ປຸກລະດົມ​ຈະ​ບໍ່​ສາມາດ​ແກ່ຍາວ​ຮອດ​​ເດືອນ 4 ຈະ​ມາ​ເຖິງຄື PDRC ​ໄດ້ນາບ​ຂູ່, ຍ້ອນ​ແຫຼ່ງ​ເງິນ​ທີ່​ສະ​ຫງວນ​ໃຫ້​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຖືກ​ວົງ​ການ​ເຈົ້າ​ໜ້າ​ທີ່​ໄທ ປິດ​ລ້ອມ​ແລ້ວ.

ຂ່າວ/ບົດ​ອື່ນ